ຂ່າວສານ

30 ວັນຢ່າງລຽນຕິດຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

      ໄລ່ມາຮອດປັດຈຸບັນ, ຫວຽດນາມໄດ້ກ້າວເຂົ້າສູ່ວັນທີ 30 ຢ່າງລຽນຕິດທີ່ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.

ພາບປະກອບ: ກະຊວງສາທາລະນະສຸກ
      ຕາມຕົວເລກຂອງກະຊວງສາທາລະນະສຸກຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມມີຍອດຈຳນວນຜູ້ຕິດເຊື້ອພະຍາດCovid – 19 ທັງໝົດແມ່ນ 314 ຄົນ, ໃນນັ້ນ ມີ 260 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
            ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 15 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 16 ພຶດສະພາ, ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ1ຄົນ ໂດຍເປັນຜູ້ໂດຍສານໃນຖ້ຽວບິນ VN0062 ກັບມາປະເທດໃນວັນທີ 13 ພຶດສະພາ, ແລະໄດ້ຮັບການແຍກຕົວເພື່ອປິ່ນປົວຕ່າງຫາກພາຍຫຼັງເຂົ້າເມືອງແລ້ວ.
            ແລະກໍ່ໃນວັນທີ 16 ພຶດສະພາ (ຕາມເວລາ ຫວຽດນາມ), ຖ້ຽວບິນທີ 2 ທີ່ນຳສົ່ງພົນລະເມືອງ ຫວຽດນາມຖືກຕົກຄ້າງຢູ່ອາເມລິກາຍ້ອນໂລກລະບາດ Covid ໄດ້ກັບມາປະເທດ. ພົນລະເມືອງ ຫວຽດນາມ 314 ຄົນໃນຖ້ຽວບິນດັ່ງກ່າວນັ້ ສ່ວນຫຼາຍແມ່ນນັກຮຽນ ແລະ ນັກສຶກສາ. ທັງຜູ້ມີອາຍຸສູງ ແລະ ເດັກເກີດໃໝ່.
            ໄລ່ຮອດເວລາ 6 ໂມງຂອງວັນທີ 16 ພຶດສະພາ: ຫວຽດນາມມີຈຳນວນຜູ້ຕິດເຊື້ອທີ່ມາຈາກຕ່າງປະເທດທັງໝົດແມ່ນ 174 ຄົນ ແລະ ໄດ້ຮັບການແຍກຕົວປິ່ນປົວຕ່າງຫາກ.
            ຕາມເວັບໄຊສະຖິຕິ worldometar.info ໄລ່ຮອດເວລາ 22 ໂມງຂອງວັນທີ 15 ພຶດສະພາ (ຕາມເວລາຫວຽດນາມ), ໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 4.569,064ຄົນ. ປັດຈຸບັນໂລກລະບາດໄດ້ແຜ່ລາມອອກສູ່ 213 ປະເທດ ແລະ ເຂດແຄ້ວນ.
            ອາເມລິກາຍັງຄົມແມ່ນໃຈກາງແຜ່ລະບາດ ຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 1.460.988 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 87.025 ຄົນ.ຖັດຈາກນັ້ນແມ່ນແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 274.367 ຄົນ ແລະ ຜູ້ເສຍຊີວິດແມ່ນ 27.459 ຄົນ. ລັດເຊີຍມີ ຜູ້ຕິດເຊື້ອພະຍາດ ແມ່ນ 262.843 ຄົນ ແລະ ຜູ້ເສຍຊີວິດແມ່ນ 2418 ຄົນ.
 (ແຫຼ່ງຄັດຈາກ VOV)


top