ນັບແຕ່ທ້າຍປີ 1987, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນ ຕ່າງປະເທດ. ເມື່ອຫວນຄືນໝາກຜົນຂອງວິວັດທະນາການປ່ຽນໃຫມ່ປະເທດຊາດອາດຈະເຫັນໄດ້ວ່າ ການລົງທຶນຕ່າງປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາ. ຫວຽດນາມ ຈາກປະເທດທຸກຍາກໄດ້ກາຍເປັນປະເທດມີລາຍຮັບປານກາງ, ການເຊື່ອມໂຍງຢູ່ໃນລະດັບຫນ້າປະທັບໃຈ ແລະ ມີທີ່ຕັ້ງບົດບາດໃນພາກພື້ນ ແລະ ສາກົນ.
ໂຄງການລົງທຶນຂອງ ກຸ່ມບໍລິສັດ Samsung ຢູ່ຫວຽດນາມ
ພາບ:cafef.vn
ຜ່ານການເຊື່ອມໂຍງ ແລະ ພັດທະນາ, ການລົງທຶນຕ່າງປະເທດ (FDI) ໄດ້ກາຍເປັນເຂດເສດຖະກິດຂະຫຍັນຂັນເຄື່ອນ, ປະກອບສ່ວນຕັ້ງຫນ້າໃນຫລາຍດ້ານຂອງແຕ່ລະໄລຍະຂອງປະເທດຊາດ. ໄລ່ຮອດໝົດປີ 2017, ທົ່ວປະເທດມີ 24.748 ໂຄງການລົງທຶນຕ່າງປະເທດຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 318,72 ຕື້ USD, ທຶນປະຕິບັດແມ່ນ 172,35 ຕື້ USD. ນັ້ນແມ່ນບັນດາຕົວເລກຫນ້າປະທັບໃຈໃນການດຶງດູດທຶນຕ່າງປະເທດ. ແຕ່ເຖິງຢ່າງໃດກໍຕາມ, ເບິ່ງສັງລວມແລ້ວ ການປະກອບສ່ວນຂອງ FDI ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ມີຄວາມໝາຍຫລາຍກວ່າ. ທ່ານ ຫງວຽນວັນຕວານ, ຮອງປະທານສະຫະສະມາຄົມ FDI ຫວຽດນາມ ໃຫ້ຮູ້ວ່າ:
“ 30 ປີ ແມ່ນໄລຍະທາງຍາວນານ, ການລົງທຶນຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫລວງໃນຜົນງານແຫ່ງການພັດທະນາຂອງຫວຽດນາມ. ທີຫນຶ່ງ ໄດ້ແກ້ໄຂບັນຫາທຶນຮອນໃຫ້ການເຕີບໂຕ. ທີສອງ ການລົງທຶນຕ່າງປະເທດປະກອບສ່ວນເຮັດໃຫ້ກຳລັງຄວາມສາມາດກ່ຽວກັບການຄຸ້ມຄອງ, ກຳລັງຄວາມສາມາດກ່ຽວກັບແຮງງານຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນ. ທີສາມ ການລົງທຶນຕ່າງປະເທດໄດ້ສ້າງການກະທົບເຊິ່ງກັນ ແລະກັນ, ກະຕຸກຊຸກຍູ້ຫວຽດນາມ ເຊື່ອມໂຍງ, ໃນວິວັດການເຊື່ອມໂຍງຂອງຫວຽດນາມ ການລົງທຶນຕ່າງປະເທດສືບຕໍ່ເຕີບໂຕ.”