ຂ່າວສານ

3 ປະເທດ ອາຊີຕາເວັນອອກສ່ຽງໃຕ້ເຝິກຊ້ອມການປ້ອງກັນຄວາມໝັ້ນຄົງຮ່ວມ

      ບັນດາປະເທດຄື ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປີນ ຫາກໍ່ເຫັນດີເປັນເອກະພາບຈັດຕັ້ງການເຝິກຊ້ອມລາດຕະເວນຮ່ວມໃນເຂດດິນຕໍ່ແຜ່ນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ເຂດທະເລລະຫວ່າງ ເກາະ Borneo  ແລະ ເຂດທາງທິດໃຕ້ປະເທດ ຟີລິບປີນ.

ເທດສະບານ Tarakan ຂອງ ອິນໂດເນເຊຍ (ພາບ: Kalimantan Tours) 
      ວັນທີ 12 ມິຖຸນາ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ໃຫ້ຮູ້ວ່າ ບັ້ນເຝິກຊ້ອມລະຫວ່າງ 3 ຝ່າຍຈະໄດ້ດຳເນີນພາຍໃນ 1 ເດືອນຢູ່ ເທດສະບານ Tarakan, ຢູ່ແຂວງKalimantanຕາເວັນອອກ, ຂຶ້ນກັບເກາະ  Borneo ຂອງ ອິນໂດເນເຊຍ. ຄຳຖະແຫຼງໄດ້ຍົກອອກມາໃນສະພາບການທີ່ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການສູ້ຮົບຕ້ານພວກກະບົດອິດສະລາມຫົວຮຸນແຮງ. ປັດຈຸບັນ 3 ປະເທດນີ້ໄດ້ກໍ່ສ້າງບັນດາສູນການເດີນທະເລຮັບຜິດຊອບການແບ່ງປັນຂໍ້ມູນລາຊະການລັບຢູ່ຫຼາຍຈຸດໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)


top