ຂ່າວສານ

25 ວັນຢ່າງລຽນຕິດຫວຽດນາມບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ

      ຫວຽດນາມ ໄດ້ກ້າວເຂົ້າມື້ທີ 25 ທີ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ.

(ພາບປະກອບ: moh.gov.vn)
            ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ປະກາດໃນເວລາ 6 ໂມງຂອງວັນທີ 11 ພຶດສະພາ ໂດຍໃຫ້ຮູ້ວ່າ, ຫວຽດນາມ ໄດ້ກ້າວເຂົ້າມື້ທີ 25 ທີ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ.
        ໃນຈຳນວນ 288 ກໍລະນີຕິດເຊື້ອໂຄວິດ-19 ທີ່ໄດ້ກວດພົບຢູ່ຫວຽດນາມ ນັ້ນ, ມີ 241 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ, ອອກໂຮງໝໍແລ້ວ. ປະຈຸບັນ, ຍັງມີ 47 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ 6 ຮາກຖານສາທາລະນະສຸກຂັ້ນສູນກາງ ແລະ ຂັ້ນແຂວງ. ບັນດາກໍລະນີດັ່ງກ່າວລ້ວນແຕ່ມີສຸຂະພາບດີ.
 (ແຫຼ່ງຄັດຈາກ VOV)


top