ຂ່າວສານ

200 ວິສາຫະກິດດີເດັ່ນໄດ້ຮັບລາງວັນ ດາວຄຳແດນຫວຽດ 2018

      ລາງວັນດາວຄຳແດນ ຫວຽດ ປີນີີ້ຮັບຮູ້ບາງຈຸດປ່ຽນແປງໃໝ່. ນີ້ແມ່ນປີທຳອິດ, ສະພາກຳມະການໄດ້ຄັດເລືອກການໃຫ້ຄະແນນວິສາຫະກິດຜ່ານການສ້າງບັນດາໝວດມາດຕະຖານຈັດອັນດັບວິສາຫະກິດ.

ພິທີມອບລາງວັນໃນວັນທີ 23 ທັນວາ 
      ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມວິສາຫະກິດ ໜຸ່ມ ຫວຽດນາມ ສົມທົບກັນຈັດຕັ້ງການພິທີສະເຫຼີມສະຫຼອງ 15 ປີແຫ່ງວັນຄົບຮອບຂອງຈັດຕັ້ງມອບລາງວັນດາວຄຳແດນ ຫວຽດ ແລະ ພິທີມອບລາງວັນດາວຄຳແດນຫວຽດ ປີ 2018.
        ລາງວັນດາວຄຳແດນ ຫວຽດ ປີນີີ້ຮັບຮູ້ບາງຈຸດປ່ຽນແປງໃໝ່. ນີ້ແມ່ນປີທຳອິດ, ສະພາກຳມະການໄດ້ຄັດເລືອກການໃຫ້ຄະແນນວິສາຫະກິດຜ່ານການສ້າງບັນດາໝວດມາດຕະຖານຈັດອັນດັບວິສາຫະກິດ. ທ່ານ ດັ້ງຮົ່ງແອັງ, ປະທານສະມາຄົມນັກວິສາຫະກິດໜຸ່ມ ຫວຽດນາມ, ໃຫ້ຮູ້ວ່າ:
        ຂັ້ນຕອນການຄັດເລືອກໄດ້ພິຈາລະນາປະຈຳວັນ, ຍາມໃດຄະນະຈັດຕັ້ງກໍ່ຄົ້ນຄ້ວາ, ປັບປຸງຢ່າງມີວິທະຍາສາດ, ກະຈ່າງແຈ້ງ ເພື່ອແນໃສ່ຮັບປະກັນອິດທິພົນຊື່ສຽງ, ຄຸນນະພາບຂອງລາງວັນ, ນັກຊ່ຽວຊານໃນບັນດາຂົງເຂດຂະແໜງອາຊີບ, ນັກຊ່ຽວຊານກວດສອບບັນຊີໄດ້ລົງວິສາຫະກິດເພື່ອປະເມີນຜົນວິສາຫະກິດ, ນີ້ແມ່ນບັນດາວຽກງານຮຽກຮ້ອງຕ້ອງເຮັດລະອຽດ ເພື່ອສ້າງຄຸນຄ່າຂອງລາງວັນ
 (ແຫຼ່ງຄັດຈາກ VOV)


top