ຂ່າວສານ

20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈີດ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”

      ຕອນບ່າຍວັນທີ 07 ກັນຍາ, ລາຍການສະແດງເຄື່ອງດົນຕີພື້ນເມືອງ ແລະ ລົດບູຮານ ໄດ້ດຳເນີນຢູ່ໂຮ້ຍອານ ເພື່ອສະເຫີຼມສະຫຼອງ 20 ປີແຫ່ງ ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”.
 

ເມືອງເກົ່າໂຮ້ຍອານ
(ພາບປະກອບ: truyenhinhdulich.vn)
            ບັນດາສະຖານທີ່ສະແດງຕົ້ນຕໍລວມມີ: ຄຸ້ມເມືອງເກົ່າໂຮ້ຍອານ, ເຂດທາດເຈດີ ມີ້ເຊີນ ແລະ ເດີນຂະບວນໄປຜ່ານບັນດາຖະໜົນຕົ້ນຕໍສາຍຕ່າງໆຂອງຕົວເມືອງເກົ່າ ໂຮ້ຍອານ, ສ້າງເປັນການເຄື່ອນໄຫວວັດທະນະທຳສິລະປະຖະໜົນທີ່ໜ້າປະທັບໃຈ. ທ່ານ ໂງຮົ່ງກວາງ, ຜູ້ກຳກັບ ລາຍການດັ່ງກ່າວ, ໃຫ້ຮູ້ວ່າ.
        “ນີ້ແມ່ນວຽກງານວັດທະນະທຳມະນຸດ, ສ້າງໃຫ້ທຸກຄົນມີໂອກາດເພື່ອພົບປະ ແລະ ສະແດງເຄື່ອງດົນຕີຫຼາຍປະເພດ. ເຂົ້າເຈົ້າຈະເສບບັນດາບົດເພງທີ່ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າ, ປະສົມປະສານເຂົ້າກັນ. ເຄື່ອງດົນຕີທີ່ນຳເຂົ້າໃນງານນີ້ມີປະມານ 125 ປະເພດ.”
        ໃນຂະນະນັ້ນ, ການເດີນຂະບວນລົດບູຮານ ຈາກໂຮ້ຍອານ ໄປ ມີ້ເຊີນ ກໍ່ໄດ້ເຕົ້າໂຮມເອົາບັນດາລົດແຕ່ກີແຕ່ກ່ອນທີ່ໄດ້ເກັບຮັກສາໄວ້ ແລະ ສ້ອມແປງຕາມການເວລາ. ທ່ານ ດິງຮ່າຍ, ອະດີດຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນາມ, ໃຫ້ຮູ້ວ່າ.
        “ເຊີດຊູເຄື່ອງດົນຕີພື້ນເມືອງຜ່ານຫຼາຍລຸ້ນຄົນ ນັ້ນແມ່ນການເຊີດຊູບັນດາຄຸນຄ່າມໍລະດົກບໍ່ເປັນວັດຖຸຂອງຊາວຫວຽດນາມ. ສ່ວນລົດບູຮານ ໄດ້ສ້າງເປັນຂະບວນເດີນທາງຈາກໂຮ້ຍອານ ໄປ ມີ້ເຊີນ ແມ່ນເພື່ອເຈືອຈານເຂົ້າກັບບັນຍາກາດລວມຂອງໂຮ້ຍອານ ແລະ ມີ້ເຊີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ UNESCO ຮັບຮອງແມ່ນເຂດມໍລະດົກວັດະນະທຳໂລກ, ກໍ່ເປັນການຕັກເຕືອນໃຫ້ພວກເຮົາຕ້ອງອະນຸລັກຮັກສາບັນດາສິ່ງທີ່ມີຄຸນຄ່າທີ່ສຸດໃນຊີວິດ”.
        ຕາມແຜນການ, ພິທີສະເຫຼີມສະຫຼອງດັ່ງກ່າວຈະດຳເນີນໃນຕອນຄ່ຳວັນທີ 08 ກັນຍາ, ຢູ່ເຂດທາດເຈດີ ມີ້ເຊີນ.
 (ແຫຼ່ງຄັດຈາກ VOV)


top