ຂ່າວສານ

16 ປະເທດ ອາຊີ - ປາຊີຟິກ ເຫັນດີເພີ່ມທະວີການເຈລະຈາ ສັນຍາເສດຖະກິດຮອບດ້ານພາກພື້ນ

      ລັດຖະມົນຕີກະຊວງການເງິນ 16 ປະເທດ ອາຊີ - ປາຊີຟິກ ໄດ້ເຫັນດີເພີ່ມທະວີການເຈລະຈາ ເພື່ອແນໃສ່ສ້າງສໍາເລັດຂໍ້ຕົກລົງການຄ້າເສລີໃນທ້າຍປີ 2019 ນີ້.
            ວັນທີ 2 ມີນາ, ຢູ່ແຂວງຊຽມຣຽບ ປະເທດກໍາປູເຈຍ, ບັນດາລັດຖະມົນຕີກະຊວງການເງິນຂອງ 16 ປະເທດ ອາຊີ - ປາຊີຟີກ ໄດ້ສິ້ນສຸດການເຈລະຈາຮອບຫຼ້າສຸດ ສັນຍາຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ບັນດາລັດຖະມົນຕີ ໄດ້ເຫັນດີຍຸ້ແຮງການເຈລະຈາຢູ່ລະດັບວິຊາການ ກ່ຽວກັບບັນຫາ ການບໍລິການດ້ານການເງິນ. ກ່ຽວກັບບັນດາບັນດາຫາທີ່ຮ້ອນເຮັ່ງທີ່ສຸດຄື  ອັດຕາພາສີສິນຄ້າໄດ້ຮັບການຍົກເວັ້ນ. ບັນດາທ່ານລັດຖະມົນຕີເຫັນດີ ເລີ່ມຍູ້ໄວການເຈລະຈາໃນເດືອນ ສິງຫາ ປີ 2019. ລັດຖະມົນຕີກະຊວງການເງິນ 16 ປະເທດ ອາຊີ - ປາຊີຟິກ ໄດ້ເຫັນດີເພີ່ມທະວີການເຈລະຈາ ເພື່ອແນໃສ່ສ້າງສໍາເລັດຂໍ້ຕົກລົງການຄ້າເສລີໃນທ້າຍປີ 2019 ນີ້.
 (ແຫຼ່ງຄັດຈາກ VOV)


top