ຂ່າວສານ

13 ແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮ່ວມສຳພັນ, ຟື້ນຟູ ການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ - 19

ສິ້ນສຸດກອງປະຊຸມ, ການນຳ 13 ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ລົງນາມບົດບັນທຶກຂໍ້ຕົກລົງເຊື່ອມຕໍ່, ຮ່ວມມືຟື້ນຟູຂະແໜງການທ່ອງທ່ຽວດ້ວຍຫຼາຍເນື້ອໃນ
  ກອງປະຊຸມ “ຟື້ນຟູ ແລະ ພັດທະນາການທ່ອງທ່ຽວເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ໃນສະພາບປົກກະຕິໃໝ່”   

 

ຕອນບ່າຍວັນທີ 28 ກຸມພາ, ຢູ່ນະຄອນເກິນເທີ ໄດ້ດຳເນີນກອງປະຊຸມ “ຟື້ນຟູ ແລະ ພັດທະນາການທ່ອງທ່ຽວເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ໃນສະພາບປົກກະຕິໃໝ່”. ເພື່ອຟື້ນຟູຂະແໜງທ່ອງທ່ຽວຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ບັນດາທ້ອງຖິ່ນໄດ້ເຫັນດີເປັນເອກະພາບຕ້ອງຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ແກ່ແຂກທ່ອງທ່ຽວ ດ້ວຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ກະກຽມເງື່ອນໄຂດ້ວຍພື້ນຖານວັດຖຸ, ຈັດຕັ້ງການຝຶກອົບຮົບການປ້ອງກັນ, ຕ້ານໂລກລະບາດ. ສຳຄັນທີ່ສຸດແມ່ນບູລະນະ, ຍົກສູງຄຸນນະພາບກ່ຽວກັບສະຖານທີ່ໄປມາ ດ້ວຍບັນດາຜະລິດຕະພັນໃໝ່ພາຍຫຼັງການກະກຽມເພື່ອເຄື່ອນໄຫວຄືນໃໝ່ມາເປັນເວລາຍາວນານ. ເພີ່ມທະວີການເຊື່ອມຕໍ່ບັນດາ Tour ແລະ ສົ່ງເສີມຢ່າງແຮງກ່ວາອີກ. ທ່ານ ເລແທັງຟອງ, ຮອງປະທານຜູ້ປະຈຳການສະຫະພັນທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກເໜືອ ເນັ້ນໜັກວ່າ:

ໄລຍະນີ້ ລະດັບຄຳໝັ້ນສັນຍາຕ້ອງສູງກ່ວາ, ເນື້ອໃນຕ້ອງຫຼາຍກ່ວາ, ຄວາມຕັດສິນໃຈຕ້ອງສູງກ່ວາ. ພວກເຮົາຕ້ອງພ້ອມກັນປະຕິບັດແນວໂຮມຮ່ວມສຳພັນກະຕຸ້ນຄວາມຕ້ອງການ, ຮ່ວມສຳພັນເຊື່ອມຕໍ່ການຮ່ວມມືເຂດຈຸດສຸມເພື່ອ ໃຫ້ພວກເຮົາພັດທະນາຜະລິດຕະພັນການທ່ອງທ່ຽວໃນສະພາບປົກກະຕິໃໝ່. ແລະ ພວກເຮົາຮ່ວມແຮງຮ່ວມໃຈກັບ 13 ແຂວງ ທີ່ລົງນາມນຳກັນຈົດຮອດທ້າຍປີ 2022 ແມ່ນພ້ອມກັນຟື້ນຟູໄດ້, ນຳການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ກັບຄືນໄລຍະຄ້າຍຄືກັນກັບ ປີ 2019

ສິ້ນສຸດກອງປະຊຸມ, ການນຳ 13 ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ລົງນາມບົດບັນທຶກຂໍ້ຕົກລົງເຊື່ອມຕໍ່, ຮ່ວມມືຟື້ນຟູຂະແໜງການທ່ອງທ່ຽວດ້ວຍຫຼາຍເນື້ອໃນ



top