ຂ່າວສານ

115 ຜົນງານຈະໄດ້ຮັບລາງວັນໃນພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVI

ຄະນະຈັດຕັ້ງໄດ້ຕັດສິນມອບ: ລາງວັນ A 10 ລາງວັນ, ລາງວັນ B 22 ລາງວັນ, ລາງວັນ C 48 ລາງວັນ, ລາງວັນຊົມເຊີຍ 35 ລາງວັນ ໃຫ້ແກ່ບັນດານັກຂ່າວ, ກຸ່ມນັກຂ່າວ. ໃນຈຳນວນລາງວັນດັ່ງກ່າວ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາດໄດ້ 2 ລາງວັນ A, 2 ລາງວັນ B ແລະ 2 ລາງວັນ C.
  ທ່ານ ຫງວຽນດຶກເລີ້ຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 17/6 (ພາບ: nhandan.vn)  

 ໂດຍສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2022), ຕອນຄ່ຳວັນທີ 21 ມິຖຸນາ ຈະຈັດພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVI - ປີ 2021. ນີ້ແມ່ນເຫດການໃຫຍ່ ດຶງດູດຄວາມເອົາໃຈໃສ່ເປັນພິເສດຂອງວົງການສື່ມວນຊົນໃນທົ່ວປະເທດ. ຈາກ 2.000 ຜົນງານຮ່ວມລາງວັນສື່ມວນຊົນແຫ່ງຊາດ, ຜ່ານການຄັດເລືອກຫຼາຍຮອບ, ຄະນະຈັດຕັ້ງໄດ້ຕັດສິນມອບ: ລາງວັນ A 10 ລາງວັນ, ລາງວັນ B 22 ລາງວັນ, ລາງວັນ C 48 ລາງວັນ, ລາງວັນຊົມເຊີຍ 35 ລາງວັນ ໃຫ້ແກ່ບັນດານັກຂ່າວ, ກຸ່ມນັກຂ່າວ. ໃນຈຳນວນລາງວັນດັ່ງກ່າວ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາດໄດ້ 2 ລາງວັນ A, 2 ລາງວັນ B ແລະ 2 ລາງວັນ C. ບັນດາຜົນງານເຂົ້າຮ່ວມລາງວັນສື່ມວນຊົນແຫ່ງຊາດ ປີ 2021 ໄດ້ສ່ອງແສງຢ່າງທັນການ, ຈະແຈ້ງບັນດາເຫດການການເມືອງໃຫຍ່ຂອງປະເທດຊາດ. ທ່ານ ຫງວຽນດຶກເລີ້ຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ, ໃຫຮູ້ວ່າ:

“ພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນຫົວຂໍ້ເຄັ່ງຮ້ອນ ແລະ ໄດ້ຮັບຄວາມສົນໃຈຈາກທົ່ວສັງຄົມ. ໃນຫຼາຍຜົນງານທີ່ເຂົ້າຮ່ວມການສອບເສັງຄັ້ງນີ້ ມີຫຼາຍ ຜົນງານໄດ້ເວົ້າເຖິງຫົວເລື່ອງວິດ - 19. ນອກນັ້ນ ກໍ່ມີຫົວເລື່ອງໜຶ່ງທີ່ສຳຄັນແມ່ນບັນດາຄວາມມານະພະຍາຍາມຟື້ນຟູພັດທະນາເສດຖະກິດ ສັງຄົມພາຍຫຼັງໂລກລະບາດ, ພິເສດແມ່ນຊຸມເດືອນທ້າຍປີ 2021”.


top