ຂ່າວສານ

11 ເດືອນຕົ້ນປີ, ການສົ່ງອອກຜະລິດຕະພັນກະເສດບັນລຸກ່ວາ 37 ຕື້ USD

      ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ຜ່ານ 11 ເດືອນຂອງປີ 2020, ວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸ 37,42 ຕື້ USD, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນປີ 2019

(ພາບປະກອບ/congluan.vn
      ໃນສະພາບຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ມີບາງປະເພດສິນຄ້າຜະລິດຕະພັນກະເສດ ຍັງບັນລຸມູນຄ່າສົ່ງອອກສູງກ່ວາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອາເມລິກາ ສືບຕໍ່ແມ່ນຕະຫລາດກວດເອົາອັດຕາສ່ວນຫລາຍທີ່ສຸດ ດ້ວຍວົງເງິນການຄ້າສົ່ງອອກບັນລຸປະມານ 9,8 ຕື້ USD, ເພີ່ມຂຶ້ນ 22,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມເອົາ 26,2% ອັດຕາສ່ວນຂອງຕະຫລາດ. ຖັດມາແມ່ນ ຈີນ, ຄາດວ່າບັນລຸເກືອບ 9,2 ຕື້ USD.
(ແຫຼ່ງຄັດຈາກ VOV)


top