ຂ່າວສານ

10 ເຫດການທີ່ພົ້ນເດັ່ນໃນໂລກ ປີ 2022 ໂດຍສຳນັກຂ່າວສານ ຫວຽດນາມ ຄັດເລືອກ

ວາລະສານຂ່າວພາບ ຫວຽດນາມ ຂໍແນະນຳ 10 ເຫດການ ທີ່ພົ້ນເດັ່ນໃນໂລກປີ 2022:

1/ ຣັດເຊຍ ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ພິ​ເສດ​ຢູ່​ ອູ​ແກຼນ:

ເຮືອນ​ຫຼັງ​ໜຶ່ງ​ເກີດ​ໄຟ​ໄໝ້ ຫຼັງ​ຈາກ​ຖືກ​ຍິງ​ປືນ​ໃຫຍ່​ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ຂອງ​ ຣັດເຊຍ - ຢູ​ແກຼນ ໃນ​ເມືອງ Severodonetsk, ເຂດ Donbass, ວັນ​ທີ 6 ເມ​ສາ 2022. ພາບ: AFP/VNA

 

2/ ທະນາຄານກາງຫຼາຍແຫ່ງໄດ້ເພີ່ມອັດຕາດອກເບ້ຍ ຢ່າງແຮງ:

 

ຮຸ້ນຂອງ ສ ອາເມລິກາ ໄດ້ມີການປ່ຽນແປງຢ່າງຕໍ່ເນື່ອງ ກ່ອນການຕັດສິນໃຈຂອງ Fed ທີ່ຈະເພີ່ມອັດຕາດອກເບ້ຍ, ອັດຕາເງິນເຟີ້ສູງ ແລະ ການເຕືອນໄພກ່ຽວກັບຄວາມສ່ຽງຕໍ່ການຖົດຖອຍທີ່ເພີ່ມຂຶ້ນຈາກຜູ້ນໍາຂອງທະນາຄານທີ່ສໍາຄັນ. ພາບ: ຊິນຮົວ/VNA

3/ ການຕອບໂຕ້ຂອງໂລກຕໍ່ກັບພະຍາດໂຄວິດ-19 ແລະ ພະຍາດລີງ:

 

ວັນ​ທີ 23 ກໍລະກົດ 2022, ອົງການ​ອະນາ​ໄມ​ໂລກ (WHO) ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ດ້ານ​ສຸຂະ​ພາບ​ທົ່ວ​ໂລກ​ສຳລັບ​ພະຍາດ​ລີງ, ລະດັບ​ເຕືອນ​ໄພ​ສູງ​ສຸດ​ຂອງ WHO, ​ເມື່ອ​ມີ​ຜູ້​ຕິດ​ເຊື້ອ​ຫຼາຍກວ່າ 18.000 ຄົນ​ໃນ​ທົ່ວ​ໂລກ​ຢູ່ 78 ປະ​ເທດ, ​ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ ເອີຣົບ. ໃນພາບ: ຄົນເຈັບທີ່ເປັນ ພະຍາດລີງຖືກປິ່ນປົວ ຢູ່ໂຮງໝໍແຫ່ງໜຶ່ງໃນເມືອງ ລີມາ, ປະເທດ ເປຣູ, ວັນທີ 16 ສິງຫາ 2022. ພາບ: AFP/VNA

4/ ພັກ​ກອມ​ມູນິດ​ ຈີນ​ ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XX ຢ່າງ​ສຳ​ເລັດ​ຜົນ:

ຕອນ​ເຊົ້າ​ວັນ​ທີ 16 ຕຸລາ​ 2022, ພິທີ​ໄຂ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ ຈີນ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ ປັກ​ກິ່ງ. ​ ພາບ: ຊິນຮົວ/VNA

5/ ການເໜັງຕີງຕິດຕໍ່ກັນໃນການເມືອງຂອງ ອັງກິດ:

 

ທ່ານ Sunak ອາຍຸ 42 ປີ ໄດ້ກາຍເປັນ ນາຍົກລັດຖະມົນຕີ ຄົນທີ 3 ຂອງ ອັງກິດ ພາຍໃນບໍ່ຮອດ 2 ເດືອນ. ​ໃນ​ຕຳ​ແໜ່ງ​ໃໝ່​ຂອງ​ທ່ານ, ທ່ານ Sunak ຮັບຜິດຊອບ​ນຳ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ພາຍຫຼັງ​ໄລຍະ​ທີ່​ເກີດ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ວິ​ກິດ​ການ​ເສດຖະກິດ. ພາບ: AFP/VNA

6/ COP27 ບັນລຸໄດ້ຂໍ້ຕົກລົງສ້າງຕັ້ງກອງທຶນ ຊົດເຊີຍການ ສູນເສຍການປ່ຽນແປງດິນຟ້າອາກາດ:

ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (UN) ​ປະກາດໃນ​ວັນ​ທີ 15 ກຸມພາ 2022 ສະ​ແດງ​ໃຫ້​ເຫັນ​ວ່າ ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກ່ອນ​ໄວ​ອັນ​ຄວນ 9 ລ້ານ​ຄົນ​ໃນ​ແຕ່ລະ​ປີ, ​ແລະ ​ຮຽກຮ້ອງ​ໃຫ້ “ດຳ​ເນີນ​ການ​ໃນ​ທັນທີ” ​ເພື່ອ​ຫ້າມ​ບໍ່​ໃຫ້​ມີ​ສານ​ເຄມີ​ອັນຕະລາຍ​ບາງ​ຊະນິດ. ພາບ: AFP/VNA

7/ ປະຊາກອນໂລກມີເຖິງ 8 ຕື້ຄົນ:

 

ເດັກ​ຍິງ Venice Mabansag, ພົນ​ລະ​ເມືອງ​ທີ 8 ຕື້​ຂອງ​ໂລກ, ເກີດ​ຢູ່​ນະ​ຄອນ​ ມະ​ນີ​ລາ, ປະ​ເທດ​ ຟີ​ລິບ​ປິນ, ວັນ​ທີ 15 ພະ​ຈິກ 2022. ພາບ: Manila Bulletin/VNA


8/ ໂສກ​ນາດຕະກຳ​ການ​ປະ​ທະ​ກັນ​ຢູ່​ ສ.​ເກົາຫຼີ ​ແລະ ອິນ​ໂດ​ເນ​ເຊຍ:

 

ພວກ​ກູ້​ໄພ​ເຄື່ອນ​ຍ້າຍ​ສົບ​ຜູ້​ເຄາະ​ຮ້າຍ​ຢູ່​ບ່ອນ​ເກີດ​ເຫດ​ການ​ປະ​ທະ​ກັນ​ໃນ​ງານ​ບຸນ​ ຮາ​ໂລ​ວີນ ທີ່​ຄຸ້ມ Itaewon ໃນ​ນະ​ຄອນ​ຫຼວງ​ ເຊ​ອຸນ ຂອງ​ ສ ເກົາ​ຫຼີ​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 29 ຕຸ​ລາ 2022. ພາບ: AFP/VNA

9/ NASA ປະສົບຜົນສຳເລັດໃນການທົດລອງ ປ່ຽນວົງໂຄຈອນ ຂອງດາວເຄາະນ້ອຍ:

 

ກ້ອງສ່ອງທາງໄກຂອງອົງການ NASA James Webb (ຂວາ) ແລະ Hubble (ຊ້າຍ) ໃຫ້ພາບໄລຍະເວລາດຽວກັນ ຫຼັງຈາກການປະທະກັນ ລະຫວ່າງຍານອາວະກາດທີ່ປະຕິບັດ ການທົດສອບ ການນໍາທາງເປັນຮູບດາວຄູ່ (DART) ກັບຮູບດາວ Didymos, ວັນທີ 26 ກັນຍາ 2022. ພາບ: AFP/VNA

10/ ເຕະບານໂລກ 2022 ທີ່ປະເທດ ກາຕາ ມີສິ່ງພິເສດ ຫຼາຍຢ່າງ:

 

ວັນທີ 18 ທັນວາ 2022, ທີມ ອາເຈນຕິນາ ໄດ້ຄອງແຊ້ມ ບານໂລກ 2022 ຫຼັງຈາກລໍຖ້າມາເປັນເວລາ 36 ປີ. ນີ້​ຍັງ​ເປັນ​ເທື່ອ​ທີ 3 ທີ່ “La Albiceleste” ​ໄດ້​ຮັບ​ຂັນ​ບານ​ເຕະ​ໂລກ. ພາບ: AFP/VNA

top