ຂ່າວສານ

10 ເຫດການທີ່ພົ້ນເດັ່ນ ຂອງໂລກ ໃນປີ 2021 ໂດຍ ສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຜູ້​ຄົນ​ໄປ​ຊື້​ເຄື່ອງ​ຢູ່​ຕະ​ຫຼາດ​ ຄ​ຣິ​ສ​ມາ​ສ ໃນ​ນະ​ຄອນ​ ປາ​ຣີ, ປະ​ເທດ​ ຝຣັ່ງ, ວັນ​ທີ 9 ທັນ​ວາ 2021. (ພາບ: ຊີນຮົວ/VNA)      
      ຫຼາຍປະເທດພວມຫັນໄປສູ່ການດຳລົງຊີວິດຢ່າງປອດໄພກັບໂຄວິດ-19; ກອງປະຊຸມ COP26 ບັນລຸໄດ້ຫຼາຍຄໍາໝັ້ນສັນຍາ ກ່ຽວ ກັບການຫຼຸດຜ່ອນ ການປ່ອຍອາຍພິດ; ຕາລີບັນ ກັບຄືນ ກຳອຳ ນາດ ໃນອັຟການິດສະຖານ... ແມ່ນບາງເຫດການທີ່ພົ້ນເດັ່ນ ຂອງ ໂລກໃນປີ 2021 ຕາມການຄັດຈ້ອນ ຂອງ VNA.
      1. ຫຼາຍປະເທດ ກຳລັງ ຫັນໄປສູ່ ການດໍາລົງຊີວິດ ທີ່ປອດ ໄພ ກັບໂຄວິດ-19
    ເຊື້ອໄວຣັດ SARS-CoV-2, ໂດຍສະເພາະແມ່ນສາຍພັນ Delta ແລະ Omicron, ເຮັດໃຫ້ເກີດຄວາມສັບສົນ ຕໍ່ການ ແຜ່ລະບາດ ຂອງ ໂຄວິດ-19 ໂດຍມີຜູ້ຕິດເຊື້ອໃນທົ່ວໂລກ ຫຼາຍກວ່າ 270 ລ້ານ ຄົນ ແລະ ຫຼາຍກວ່າ 5.3 ລ້ານຄົນ ເສຍຊີວິດ.
ພະນັກງານສາທາລະນະສຸກ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ທີ່ Yokosuka, Kanagawa, ປະເທດ ຍີ່ປຸ່ນ. (ພາບ: AFP/VNA)
     ອົງການອະນາໄມໂລກ ໄດ້ອະນຸມັດ ໃຫ້ນຳໃຊ້ ວັກຊີນ ປ້ອງກັນໂຄວິດ-19 8 ຊະນິດໂດຍດ່ວນ. ຫຼາຍປະເທດໄດ້ປັບປ່ຽນຈາກນະໂຍບາຍ "ບໍ່ມີກໍລະນີຕິດເຊື້ອໂຄວິດ-19" ເປັນ "ການດຳລົງຊີວິດຢ່າງປອດໄພກັບໂຄວິດ-19", ຊຸກຍູ້ການສັກວັກຊີນ ປ້ອງກັນທົ່ວປວງຊົນ ແລະ ນຳໃຊ້ລະບຽບ ບັງຄັບການສັກວັກຊີນ ປ້ອງກັນໂຄວິດ-19, ຊ່ວຍໃຫ້ເສດຖະກິດໂລກ ເລີ່ມຫຼຸດພົ້ນອອກຈາກ ສະພາບຖົດຖອຍ ແລະ ຟື້ນຕົວຄືນໃໝ່ ໃນຊຸມເດືອນ ສຸດທ້າຍ ຂອງປີ.
      ມາຮອດປັດຈຸບັນ, ປະຊາກອນໂລກ ກວ່າ 56% ໄດ້ຮັບການ ສັກ ວັກຊີນ ຄົບຕາມກຳນົດ, ໃນຂະນະທີ່ ອັດຕາການສັກວັກຊີນ ໃນ ປະເທດທຸກຍາກ ຍັງບໍ່ເຖິງ 10%.
      2. COP26 ບັນລຸໄດ້ຫຼາຍຄໍາໝັ້ນສັນຍາ ກ່ຽວກັບ ການຫຼຸດຜ່ອນ ການປ່ອຍອາຍພິດ
      ກອງປະຊຸມ ຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມ ສົນທິສັນຍາ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າ ອາ ກາດ ຄັ້ງທີ 26 (COP26) ຊຶ່ງ ໄດ້ຈັດຂຶ້ນຢູ່ນະຄອນ Glasgow (ລາຊະອານາຈັກ ອັງກິດ) ໄດ້ເຫັນດີໃຫ້ສັດຕະຍາບັນຂໍ້ຕົກລົງ  Glasgow, ຢືນຢັນຄືນໃໝ່ ຄຳໝັ້ນສັນຍາ ທີ່ຈະຮັກສາ ເປົ້າໝາຍ ຈຳກັດການເພີ່ມຂຶ້ນ ຂອງອຸ່ນຫະພູມໂລກ ໃຫ້ຕ່ຳກວ່າ 1.5 ອົງສາ.
ພາບລວມພິທີໄຂກອງປະຊຸມ COP26 ຢູ່ Glasgow, Scotland ໃນວັນທີ 31 ຕຸລາ 2021. (ພາບ: AFP/VNA)
     ຫຼາຍປະເທດ ຍັງໄດ້ປະກາດເວລາລະອຽດ ທີ່ຈະນຳເອົາການປ່ອຍອາຍພິດ ໃຫ້ເປັນສູນ, ຢຸດຕິການທຳລາຍປ່າ ແລະ ຢຸດຕິການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ 30% ໃນປີ 2030 ແລະ ຢຸດຕິການລົງທຶນໃນຂະແໜງຖ່ານຫີນ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການສະໜັບສະໜູນດ້ານການເງິນໃຫ້ບັນດາປະເທດທຸກຍາກ ແລະ ບັນດາປະເທດພວມພັດທະນາ ເພື່ອ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
      ກອງປະຊຸມສະແດງ ໃຫ້ເຫັນເຖິງການກ້າວໄປຂ້າງໜ້າ ໃນການ ເຂົ້າເຖິງ ຕໍ່ບັນຫາປ່ຽນແປງ ຂອງ ດິນຟ້າອາກາດ.
3. ອາຊຽນ ພະຍາຍາມ ຊອກຫາວິທີແກ້ໄຂ ເພື່ອຄວາມໝັ້ນຄົງ ແລະ ການພັດທະນາ ຂອງ ພາກພື້ນ
      ອາຊຽນ ໄດ້ບັນລຸຂໍ້ຕົກລົງ 5 ຂໍ້ ກ່ຽວກັບ ການແກ້ໄຂສະຖານະການມຽນມາ, ເຫັນດີຊຸກຍູ້ການຮ່ວມມື ເພື່ອຮັບມືກັບໂຄວິດ-19, ຟື້ນຟູເສດຖະກິດ ແລະ ສ້າງວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025.
ພາບບັນຍາກາດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 39 ທີ່ ຮ່າໂນ້ຍ. (ພາບ: ເຢືອງຢາງ/VNA)
     ອາຊຽນ ໄດ້ສ້າງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານກັບ ສປ ຈີນ ແລະ ອົດສະຕຣາລີ, ມອບສະຖານະ ຄວາມເປັນຫຸ້ນ ສ່ວນການເຈລະຈາເຕັມຮູບແບບ ໃຫ້ ລາຊະອານາຈັກ ອັງກິດ, ສະແດງໃຫ້ເຫັນ ບົດບາດເປັນໃຈກາງ ຂອງສະມາຄົມ ໃນການຮ່ວມມື ກັບຄູ່ຮ່ວມມື ແລະ ອົງການຈັດຕັ້ງນອກພາກພື້ນ.
      4. ສປ ຈີນ ປະກາດສຳເລັດເປົ້າໝາຍ ສ້າງສັງຄົມ ຮອບດ້ານ ອີ່ມໜໍາສໍາລານ
      ສປ ຈີນ ໄດ້ສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກກອມມູນິດ ຈີນ ຄົບ ຮອບ 100 ປີ (ວັນທີ 1 ກໍລະກົດ 1921) ແລະ ໄດ້ຜ່ານມະຕິປະ ຫວັດສາດ ຄັ້ງທີ 3 ທີ່ກອງປະຊຸມໃຫຍ່ ຄັ້ງທີ 6 ສູນກາງພັກ, ສະ ໄໝທີ XIX ດ້ວຍການຢືນຢັນສຳເລັດເປົ້າໝາຍ ກໍ່ສ້າງສັງຄົມຮອບດ້ານອີ່ມໜໍາສໍາລານ ແລະ ກ້າວເຂົ້າສູ່ໄລຍະໃໝ່ ກໍ່ສ້າງລັດສັງຄົມນິຍົມ ທີ່ທັນສະໄໝ, ຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ສີວິ ໄລ, ກົມກຽວ ແລະ ສວຍງາມໃນປີ 2049.
ຮ້ານສັບພະສິນຄ້າ ແຫ່ງໜຶ່ງໃນນະຄອນ ປີເຈ໋ຍ, ແຂວງ ກຸຍໂຈ, ສປ ຈີນ. (ພາບ: ຊິນຮົວ/VNA)
     ສປ ຈີນ ໄດ້ບັນລຸ ຜົນງານ ອັນພົ້ນເດັ່ນ ແລະ ຮອບດ້ານໃນທຸກໆຂົງເຂດ, ສະແດງໃຫ້ເຫັນບົດບາດ ແລະ ອິດທິພົນ ນັບມື້ນັບສູງ. ປັດຈຸບັນ, ສປ ຈີນ ແມ່ນປະເທດ ທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບສອງ ຂອງໂລກ; ບັນລຸຍອດວົງເງິນການຄ້າ ຢູ່ອັນດັບ ແຖວໜ້າຂອງໂລກ; ເປັນຄູ່ຄ້າໃຫຍ່ທີ່ສຸດ ຂອງ 130 ພື້ນຖານ ເສດຖະກິດ; ປະກອບສ່ວນ ເຂົ້າໃນການເຕີບໂຕ ຂອງເສດຖະກິດໂລກປະມານ 30%.
      5. ປະທານາທິບໍດີ ສ ອາເມລິກາ Joe Biden ໄດ້ປ່ຽນແປງ ນະໂຍບາຍຫຼາຍຢ່າງ ຂອງ ຜູ້ນໍາຊຸດກ່ອນ
      ດ້ວຍນະໂຍບາຍ “ສ້າງມິດກັບຄູ່ຮ່ວມມື, ກວດສອບຄູ່ແຂ່ງ”, ປະ ທານາທິບໍດີ Joe Biden ໄດ້ປະຖິ້ມຫຼັກການ “ສ ອາເມລິກາ ຕ້ອງ ມາກ່ອນ,” ໄດ້ປ່ຽນແປງ, ຊໍ້າບໍ່ໜຳ ໄດ້ປະຕິເສດນະໂຍບາຍຫຼາຍ ຢ່າງ ຂອງ ຜູ້ນໍາຊຸດກ່ອນ. ທ່ານ Joe Biden ໄດ້ນຳ ສ ອາເມລິ ກາ ກັບຄືນຫຼາຍອົງການຈັດຕັ້ງຫຼາຍຝ່າຍ ແລະ ສັນຍາສາກົນຄືນໃໝ່, ປັບປຸງການພົວພັນ ກັບບັນດາປະເທດພັນທະມິດມູນເຊື້ອ, ສ້າງພັນທະມິດ ຄື AUKUS ເພື່ອສາມາດ ນໍາໃຊ້ຜົນປະໂຫຍດ ສູງສຸດ, ຟື້ນຟູ ຖານະສາກົນ ຂອງ ສ ອາເມລິກາ.
ປະທານາທິບໍດີ ສ ອາເມລິກາ Joe Biden ກ່າວຄຳປາໄສ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ທັນວາ 2021. (ພາບ: AFP/VNA)
      ກ່ຽວກັບວຽກງານພາຍໃນ, ປະທານາທິບໍດີ Joe Biden ໄດ້ລົງ ນາມ ໃນແຜນການ ຊ່ວຍເຫຼືອດ້ານເສດຖະກິດ “ແຜນການກູ້ໄພ ສ ອາເມລິກາ” ມູນຄ່າ 1.900 ຕື້ ໂດລາສະຫະລັດ, ສະເໜີ ແຜນ ການ ກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າ 2.300 ຕື້ ໂດລາສະຫະ ລັດ, ຊຸກຍູ້ ຮັບຮອງເອົາ ຮ່າງກົດໝາຍ ກ່ຽວກັບການຮັດແໜ້ນ ການຄວບຄຸມປືນ ແລະ ໃຫ້ຄຳໝັ້ນສັນຍາ ບາງຢ່າງກ່ຽວກັບ ການເຂົ້າເມືອງ ອີກດ້ວຍ.
      6. ຕາລີບັນ ກັບຄືນ ກຳອຳນາດ ໃນ ອັຟການິດສະຖານ
      ວັນທີ 15 ສິງຫາ, ກຸ່ມ ຕາລີບັນ ໄດ້ເຂົ້າຄວບຄຸມນະຄອນຫຼວງ ກາບູນ, ໄດ້ກັບຄືນ ກຳອຳນາດ ໃນ ອັຟການິດສະຖານ ພາຍຫຼັງ 20 ປີ. ປັດຈຸບັນ, ລັດຖະບານຕາລີບັນ ຊຸດໃໝ່ ບໍ່ໄດ້ຮັບການຮັບຮູ້ຈາກສາກົນ ແລະ ອັຟການິດສະຖານ ກໍາລັງປະເຊີນໜ້າກັບ ຄວາມຮຸນແຮງ, ການແບ່ງແຍກຊົນເຜົ່າ, ໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍ ແລະ ວິກິດການ ດ້ານມະນຸດສະທຳ ຢ່າງຮ້າຍແຮງ.
ກຳລັງ ຕາລີບັນ ຢູ່ເມືອງ Mehtarlam, ແຂວງ Laghman, ອັຟ ການິດສະຖານ, ວັນທີ 15 ສິງຫາ 2021. (ພາບ: ຊີນຮົວ/VNA)
     ປະຊາຄົມໂລກ ໄດ້ເພີ່ມທະວີ ຄວາມມານະພະຍາຍາມ ຮັກສາສະຖຽນລະພາບ ຢູ່ ອັຟການິດສະຖານ ແລະ ສະກັດກັ້ນ ບັນດາ ການເຄື່ອນໄຫວກໍ່ການຮ້າຍ ຢູ່ຫຼາຍປະເທດ ໃນສະພາບທີ່ ສ ອາເມລິກາ ໄດ້ສຳເລັດ ແຜນການຖອນກຳລັງທະຫານທັງໝົດ ອອກ ຈາກ ອັຟການິດສະຖານ ໃນວັນທີ 31 ສິງຫາ 2021 ພາຍຫຼັງ 20 ປີ ເຂົ້າຮ່ວມສົງຄາມ.
            7. ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ອອກຈາກເວທີການເມືອງພາຍຫຼັງ 16 ປີ
      ວັນທີ 26 ຕຸລາ 2021, ປະທານາທິບໍດີເຢຍລະມັນ Frank-Walter Steinmeier ໄດ້ມອບຂໍ້ຕົກລົງສິ້ນສຸດອາຍຸການປະຕິບັດ ໜ້າທ່ີໃຫ້ແກ່ ທ່ານນາງ Angela Merkel ນາຍົກລັດຖະມົນຕີ.
      ດ້ວຍການດຳລົງຕຳແໜ່ງ 4 ສະໄໝ ຕິດຕໍ່ກັນ ນັບແຕ່ປີ 2005, ທ່ານນາງ Angela Merkel ໄດ້ສ້າງຂີດໝາຍເປັນນັກການເມືອງຍິງ ທີ່ຊົງອິດທິພົນ, ນຳປະເທດ ເຢຍລະມັນ ແລະ ສະຫະພາບ ເອີຣົບ (EU) ຜ່ານຜ່າວິກິດການ ທາງການເງິນ, ໜີ້ສາທາລະນະແລະ ຊາວອົບພະຍົບ, ບັນລຸໄດ້ຜົນງານຫຼາຍຢ່າງ ທັງໃນ ແລະ ຕ່າງປະເທດ.
ທ່ານ ປະທານາທິບໍດີ ​ເຢຍລະ​ມັນ Frank-Walter Steinmeier (ຂວາ) ຫຼັງ​ຈາກ​ມອບຂໍ້ຕົກລົງ​ສິ້ນ​ສຸດ​ ອາຍຸການປະຕິບັດໜ້າທ່ີ ໃຫ້​ແກ່​ ທ່ານນາງ Angela Merkel ນາຍົກລັດຖະມົນຕີ (ຊ້າຍ
) ທີ່​ວັງ Bellevue ​ໃນ​ນະຄອນຫຼວງ ແບັກແລງ ​ໃນ​ວັນ​ທີ 26 ຕຸລາ 2021. (ພາບ: AFP/VNA)
      ທ່ານນາງ Angela Merkel ຖືກຈັດອັນດັບ ໃຫ້ເປັນຜູ້ນຳ ຊົງອິດທິພົນທີ່ສຸດຂອງເອີຣົບ, 14 ຄັ້ງ ຖືກເລືອກໃຫ້ເປັນຜູ້ຍິງ ຊົງອິດທິ ພົນທີ່ສຸດໂລກ ຈັດໂດຍວາລະສານ Forbes ເປັນຜູ້ຄັດເລືອກ, ທ່ານນາງ Angela Merkel ໄດ້ເຮັດໃຫ້ ເຢຍລະມັນ ກາຍເປັນ ພື້ນຖານເສດຖະກິດ ໃຫຍ່ທີ່ສຸດເອີຣົບ ແລະ ເຢຍລະມັນ ກາຍ ເປັນສັນຍະລັກແຫ່ງສັນຕິພາບ ແລະ ຄວາມປອງດອງກັນ.
8. ວິກິດການ ດ້ານພະລັງງານ ແລະ ການຖືກບັ່ນທອນ ຕ່ອງໂສ້ ການສະໜອງທົ່ວໂລກ
     ການຂາດແຄນ ພະລັງງານ ແລະ ການບັ່ນທອນ ລະບົບຕ່ອງໂສ້ ການສະໜອງ ໃນຂອບເຂດທົ່ວໂລກ ສົ່ງຜົນກະທົບ ຕໍ່ການສະ ໜອງ ແລະ ການຈໍາໜ່າຍສິນຄ້າຫຼາຍປະເພດ. ລາຄານໍ້າມັນ, ອາຍແກັສ ແລະ ຖ່ານຫີນ ເພີ່ມສູງຂຶ້ນ, ເຮັດໃຫ້ລາຄາໄຟຟ້າ, ເຮັດໃຫ້ ດັດຊະນີລາຄາບໍລິໂພກ ແລະ ອັດຕາ ເງິນເຟີ້ ເພີ່ມຂຶ້ນ. ວິສາຫະກິດ ແລະ ໂຮງງານຜະລິດ ຈໍານວນຫຼາຍ ໄດ້ຖືກປິດ ເນື່ອງຈາກ ການຂາດແຄນໄຟຟ້າ ແລະ ອຸປະກອນການຜະລິດ, ສົ່ງຜົນກະທົບທາງລົບ ຕໍ່ການຟື້ນຕົວ ຂອງ ເສດຖະກິດໂລກ.
ພະນັກງານກວດກາລະບົບທໍ່ ອາຍແກັສ ເປັນໄລຍະຢູ່ ສູນ ຄວບ ຄຸມ ອາຍແກັສ ທໍາມະຊາດ ໃນ Hajduszoboszlo, ຫ່າງຈາກ ນະ ຄອນຫຼວງ Budapest (ຮົງກາລີ) ກວ່າ 200 ກິໂລແມັດ ທາງຕາ ເວັນອອກ. (ພາບ: AFP/VNA)
     ເດືອນ ມີນາ 2021, ລະບົບຕ່ອງໂສ້ ການຈາລະຈອນ ຜ່ານຄອງ Suez ເປັນອໍາມະພາດ ເນື່ອງຈາກເຫດ ກຳປັ່ນບັນທຸກຕູ້ ຄອນ ເທນເນີຂະໜາດໃຫຍ່ Ever Given, ຖືກຕິດຄ້າງ ຂວາງຄອງ ເປັນເວລາ ເກືອບໜຶ່ງອາທິດ ຊຶ່ງໄດ້ສ້າງຄວາມເສຍຫາຍ ປະ ມານ 400 ລ້ານໂດລາສະຫະລັດ ຕໍ່ຊົ່ວໂມງ. ເຫດການດັ່ງກ່າວໄດ້ເຮັດໃຫ້ກຳປັ່ນກວ່າ 400 ລຳ ອຸດຕັນ, ຕັດການຈະລາຈອນ ຂອງ ສິນຄ້າປະມານ 15% ທີ່ ຂົນສົ່ງທາງທະເລ ທົ່ວໂລກ ໃນເວລານັ້ນ.
      9. ຄວາມປະທັບໃຈ ຂອງ ການທ່ອງທ່ຽວ ແລະ ວັດທະນະທໍາ ໃນອາວະກາດ
      ການເດີນທາງສຳຫຼວດອາວະກາດ ໄດ້ບັນລຸ ຄວາມກ້າວໜ້າສຳຄັນ ຍ້ອນການຂະຫຍາຍຕົວ ຢ່າງໜ້າຊື່ນຊົມ ຂອງຂະແໜງການທ່ອງທ່ຽວອາວະກາດສ່ວນຕົວ.
      ວັນທີ 20 ກໍລະກົດ, ມະຫາເສດຖີ Jeff Bezos ຊາວ ອາເມລິກາ ໄດ້ເຂົ້າຮ່ວມການສຳຫຼວດອາວະກາດ ຄັ້ງທຳອິດ ຢູ່ເທິງຍານອາ ວະກາດ New Shepard ໂດຍບໍລິສັດ Blue Origin ຂອງ ທ່ານ ເປັນຜູ້ ຄົ້ນຄວ້າ ແລະ ທົດລອງ. ເທິງຍານອາວະກາດ ດັ່ງກ່າວ ຍັງມີ ຜູ້ໂດຍສານ ອາຍຸນ້ອຍທີ່ສຸດ, ນັ້ນແມ່ນນັກສຶກສາ ຊາວໂຮນລັງ ອາຍຸ ພຽງ 18 ປີ.
    ຍານອາວະກາດ Shepard ໃໝ່ ຂອງ Blue Origin ບິນຂຶ້ນ ຈາກ ລັດ ເທັກຊັດ, ສ ອາເມລິກາ, ວັນທີ 13 ຕຸລາ 2021. (ພາບ: AFP/VNA)
      ສາມເດືອນຕໍ່ມາ, Blue Origin ໄດ້ປະຕິບັດ ຖ້ຽວບິນ ຄັ້ງທີສອງ ບັນທຸກ ຜູ້ໂດຍສານອາຍຸ ສູງທີ່ສຸດ, ນັກສະແດງ ຊາວ ການາດາ ອາຍຸ ເຖິງ 90 ປີ William Shatner.
      ໃນເດືອນຕຸລາ, ທີມງານຮູບເງົາ ສ ລັດເຊຍ ໄດ້ໃຊ້ເວລາ 12 ມື້ ຢູ່ໃນສະຖານີ ອາວະກາດ ສາກົນ (ISS) ເພື່ອສ້າງຮູບເງົາ ຊຸດ ທໍາອິດທີ່ໄດ້ຮັບການຖ່າຍທຳ ໃນອາວະກາດ ມີຊື່ວ່າ "The Challenge". ສຳນັກຂ່າວສານ TASS ຂອງ ສ ລັດເຊຍ ໄດ້ລົງ ນາມ ໃນຂໍ້ຕົກລົງ ທີ່ຈະເປີດ ຫ້ອງການຜູ້ຕາງໜ້າ ແຫ່ງທຳອິດ ຂອງ ອົງການສື່ມວນຊົນຢູ່ເທິງສະຖານີອາວະກາດ ISS.
      10. ງານມະຫາກຳກິລາ ສາກົນຫຼາຍເຫດການ ໄດ້ຈັດຕັ້ງ ຄືນໃໝ່
      ພາຍຫຼັງ 1 ປີຖືກເລື່ອນ ຍ້ອນໂຄວິດ-19, ງານມະຫາກຳ ກິລາໂອລິມປິກ ລະດູຮ້ອນປີ 2020 ແລະ ງານມະຫາກຳ ກິລາໂອລິມ ປິກ ສຳລັບຄົນພິການ ປີ 2020 ໄດ້ຈັດຂຶ້ນ ຢູ່ປະເທດຍີ່ປຸ່ນ ແຕ່ທ້າຍເດືອນ ກໍລະກົດ ຫາ ຕົ້ນເດືອນ ກັນຍາ 2021. ໃນເດືອນມິຖຸນາ ແລະ ເດືອນກໍລະກົດ ຍັງໄດ້ຈັດການແຂ່ງຂັນບານເຕະ ຊິງແຊມ ເອີຣົບ  EURO 2020 ໃນ19 ບັນດານະຄອນ ຂອງ ເອີຣົບ ແລະ ການແຂ່ງຂັນເຕະບານ ຊິງແຊມ Copa America 2021  ຢູ່ ປະເທດ ບຣາຊິນ...
ນາທີການຄວ້າແຊ້ມ EURO 2020 ຂອງ ນັກເຕະ ທີມຊາດ ອີຕາ ລີ ຫຼັງເອົາຊະນະທີມຊາດ ອັງກິດ ທີ່ສະໜາມ Wembley ຢູ່ນະ ຄອນຫຼວງ ລອນດອນ, ວັນທີ 11 ກໍລະກົດ 2021. (ພາບ: AFP/VNA)
      ການຈັດງານກິລາ ສໍາຄັນໆ ໃນລະດັບໂລກ ໄດ້ຊ່ວຍໃຫ້ ຂົງເຂດ ນີ້ຄ່ອຍໆ ຟື້ນຕົວ, ນຳເອົາພະລັງ ບວກ ມາສູ່ແຟນໆ ຫຼັງຈາກ ລໍ ຖ້າ ມາເປັນເວລາດົນ ເນື່ອງ ຈາກການແຜລະບາດ ຂອງ ໂຄວິດ-19.

top