ຂ່າວສານ

10 ເຫດການ ແລະ ບັນຫາພົ້ນເດັ່ນຂອງ ຫວຽດນາມ ໃນປີ 2021 ໂດຍ VNA ເປັນຜູ້ຄັດເລືອກ

ຂໍສະເໜີ 10 ເຫດການ ແລະ ບັນຫາພົ້ນເດັ່ນຢູ່ ຫວຽດນາມ ໃນ ປີ 2021 ໂດຍ VNA ຄັດເລືອກ.


	
 
1. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ສຳເລັດຢ່າງຈົບງາມ: ດຳເນີນແຕ່ວັນທີ 25 ມັງກອນ ເຖິງວັນທີ 1 ກຸມພາ 2021 ຢູ່ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ສຳເລັດຢ່າງຈົບງາມ, ສ້າງຂີດໝາຍກ່ຽວກັບກອງປະຊຸມໃຫຍ່ໜຶ່ງ ສາມັກຄີ-ປະຊາທິປະໄຕ-ວິໄນ-ຫົວຄິດປະດິດ ສ້າງ-ພັດທະນາ”;​ ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ສ້າງເຈດຈໍານົງ ແລະ ຄວາມຕັດສິນໃຈພັດທະນາປະເທດຊາດ, ເສີມຂະຫຍາຍ ກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ; ຍູ້ແຮງ ການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ; ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນ ຮອດກາງສະຕະວັດ XXI, ຫວຽດນາມ ກາຍເປັນປະເທດພັດທະນາ ຕາມການກໍານົດທິດສັງຄົມນິຍົມເມື່ອປີ 2045.
2. ຜູ້ມີສິດເລືອກຕັ້ງທົ່ວປະເທດເກືອບ 70 ລ້ານຄົນ ໄປປ່ອນບັດເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ: ວັນທີ 23 ພຶດສະພາ 2021, ຜູ້ມີສິດເລືອກຕັ້ງທົ່ວປະເທດ 99,6% ໄດ້ໄປປ່ອນບັດເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV 499 ສະຫາຍ; ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ  3.721 ສະຫາຍ, ສະມາຊິກ ສະພາປະຊາຊົນ ຂັ້ນເມືອງ 22.550 ສະຫາຍ ແລະ ສະມາຊິກ ສະພາປະຊາຊົນ ຂັ້ນຕາແສງ 239.788 ສະຫາຍ, ອາຍຸການ 2021-2026.
3. ຫັນປ່ຽນຍຸດທະສາດ ສະກັດກັ້ນ ແລະ ຕ້ານ ໂຄວິດ-19: ການແຜ່ລະບາດຂອງເຊື້ອ ໄວຣັດ SARS-CoV-2 ສາຍພັນໃໝ່ Delta ໄດ້ທຳລາຍບັນດາຜົນງານໃນການສະກັດກັ້ນ ແລະ ຕ້ານ ໂຄວິດ-19 ດ້ວຍກໍລະນີຕິດ ໄວຣັດ SARS-CoV-2 ສາຍພັນໃໝ່ ແລະ ເສຍຊີວິດເພີ່ມສູງຂຶ້ນ ຢູ່ຫຼາຍທ້ອງຖິ່ນໃນທ່ົວປະເທດ, ພິເສດແມ່ນບັນດາແຂວງ, ນະຄອນພາກໃຕ້. ພັກ ແລະ ລັດ ໄດ້ຫັນປ່ຽນຍຸດທະສາດ ສະກັດກັ້ນ ແລະ ຕ້ານ ໂຄວິດ-19 ແຕ່ “ບໍ່ມີກໍລະນີຕິດ ໂຄວິດ-19” ມາເປັນປະຕິບັດເປົ້າໝາຍຄູ່. ການແຜ່ລະບາດຂອງເຊື້ອ ໄວຣັດ SARS-CoV-2 ຄັ້ງທີ 4 ໄດ້ເຮັດໃຫ້ທົ່ວປະເທດມີຜູ້ຕິດ ໂຄວິດ-19 ທັງໝົດ 1.630.851 ຄົນ, ຍົກຈຳນວນຜູ້ຕິດ ໂຄວິດ-19 ເປັນ  1.636.455 ຄົນ; ມີຜູ້ເສຍຊີວິດແມ່ນ 31.007 ຄົນ ແລະ  1.229.684 ຄົນເຊົາເຈັບ.
4. ປະຕິບັດສຳເລັດ ຍຸດທະວິທີ ວັກຊີນ: ພັກ, ລັດ ໄດ້ລະດົມທຸກແຫຼ່ງກຳລັງ, ພະຍາຍາມປະຕິບັດ ຍຸດທະວິທີ ວັກຊີນ ປ້ອງກັນເຊື້ອ ໂຄວິດ-19 ເພື່ອເປົ້າໝາຍ ຕ້ານທານຕໍ່ພະຍາດໃນປະຊາຄົມ ດ້ວຍບັນດາມາດຕະການ ສ້າງຕັ້ງກອງທຶນ ວັກຊີນ; ປະຕິບັດການທູດ ວັກຊີນ; ຄົ້ນຄວ້າຜະລິດ ວັກຊີນ ຢູ່ພາຍໃນ; ຈັດຕັ້ງການສັກ ວັກຊີນ ດ້ວຍຂະໜາດທີ່ບໍ່ເຄີນເຫັນມາກ່ອນໃນປະຫວັດສາດ ແລະ ມີບາງໄລຍະ ບັນລຸໄດ້ຄວາມໄວສູງກວ່າ 30% ເມື່ອທຽບກັບໂລກ.
5. ປະກາດໃຊ້ເອກະສານທີ່ສຳຄັນກ່ຽວກັບການກໍ່ສ້າງ, ປັບປຸງພັກ 5 ສະບັບ: ໃນປີທຳອິດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ອາຍຸການ 2021-2026, ພັກໄດ້ປະກາດໃຊ້: ບົດສະຫຼຸບເລກທີ 01-KL/TW ຂອງກົມການເມືອງ ກ່ຽວກັບການສືບຕໍ່ປະຕິບັດ ຄຳສັ່ງເລກທີ 05-CT/TW ອອກວັນທີ 15 ພຶດສະພາ 2016 “ກ່ຽວກັບຍູ້ແຮງການຮຳ່ຮຽນ ແລະ ປະຕິບັດ ຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນດຳລົງຊີວິດຂອງ ໂຮ່ຈີມິນ”; ຂໍ້ສະຫຼຸບເລກທີ 21-KL/TWກອງປະຊຸມສູນກາງ 4 ຊຸດທີ XIII “ກ່ຽວກັບຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ” ແລະ ກົດລະບຽບເລກທີ 37-QD/TW “ກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ເຮັດ”, ເອກະສານ 3 ສະບັບນີ້ມີຫຼາຍຈຸດໃໝ່ ແລະ ເພີ່ມເຕີມທາງດ້ານຂອບເຂດ, ເປົ້າໝາຍ, ວິທີແກ້ໄຂ...; ບົດສະຫຼຸບ ສະບັບເລກທີ 14-KL/TW ວ່າດ້ວຍການຊຸກຍູ້ ແລະ ປົກປ້ອງພະນັກງານຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກົດລະບຽບເລກທີ 41-QD/TW ວ່າດ້ວຍການປົດອອກ ແລະ ປົດຕໍາແໜ່ງພະນັກງານ, ໄດ້ອອກເອກະສານ 2 ສະບັບເປັນຄັ້ງທຳອິດ.
6. ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ປຸກ​ລະ​ດົມ​ແຫຼ່ງ​ກຳ​ລັງ​ເກີດຂຶ້ນ ແລະ ຂະຫຍາຍຕົວໂດຍສາເຫດຈາກພາຍໃນ, UNESCO ສືບ​ຕໍ່​ເຊີດ​ຊູ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ: ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ມະຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ​ໄດ້​ກຳ​ນົດ 6 ເປົ້າ​ໝາຍ​ສະ​ເພາະ ແລະ 10 ວິ​ທີ​ແກ້​ໄຂ​ສຳ​ຄັນ, ສືບ​ຕໍ່​ປຸກ​ລະ​ດົມ​ນ້ຳ​ໃຈ​ຮັກ​ຊາດ, ກຸ້ມ​ຕົນ​ເອງ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາປະເທດໃຫ້ຈະເລີນຮຸ່ງເຮືອງ; ຮັກສາ​ເອກະລັກ​ແຫ່ງ​ຊາດ, ພັດທະນາ​ວັດທະນະທຳ​ຫວຽດນາມ​ໃນ​ໄລຍະ​ໃໝ່; ຍູ້​ແຮງ​ບັນດາ​ແຫຼ່ງກຳລັງ​ເກີດຂຶ້ນ ແລະ ຂະຫຍາຍຕົວໂດຍສາເຫດຈາກພາຍໃນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຈຸດໝາຍ​ພັດທະນາ​ຂອງ​ປະ​ເທດ​ຮອດ​ປີ 2030, ມຸ່ງ​ໄປ​ເຖິງ​ປີ 2045. ເຫດການນີ້ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2021 ພາຍຫຼັງ 75 ປີ ກອງປະຊຸມວັດທະນະທໍາແຫ່ງຊາດຈັດຂຶ້ນຄັ້ງທໍາອິດ. ວັນ​ທີ 15 ທັນ​ວາ ​ປີ 2021, ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ໄດ້​ຂຶ້ນ​ທະບຽນ​ສິ​ລະ​ປະ​ ຊອຍ​ໄທ​ ເປັນ​ມໍ​ລະ​ດົກ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ມະ​ນຸດ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 23 ພະຈິກ, ກອງ​ປະ​ຊຸມ​ໃຫຍ່​ອົງ​ການ UNESCO ໄດ້​ຕັດ​ສິນ​ໃຈຍ້ອງຍໍ ແລະ ສະ​ເຫຼີມ​ສະ​ຫຼອງ: 200 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງບຸລຸດ​ຜູ້​ມີ​ຊື່​ສຽງ ຫງວຽນ​ດິງ​ຈ້ຽວ; 250 ປີ​ແຫ່ງ​ວັນ​ເກີດ ແລະ 200 ປີ​ແຫ່ງ​ການ​ເສຍ​ຊີ​ວິດ​ຂອງ​ຈິດ​ຕະ​ກອນ​ຍິງ ໂຮ່ຊວນເຮືອງ ໃນ​ປີ 2022. 
7. ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືຫຼາຍຝ່າຍ: ທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26), ຫວຽດນາມ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ເຫຼືອ “ສູນ” ຮອດປີ 2050, ຫຼຸດຜ່ອນ 30% ຂອງ methane. ອາຍແກັສ ຮອດປີ 2030 ທຽບໃສ່ປີ 2020..., ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງອັນໜັກແໜ້ນຂອງ ຫວຽດນາມ ໃນການເລັ່ງລັດການຫັນປ່ຽນຮູບແບບເສດຖະກິດໄປສູ່ການເຕີບໂຕສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ.
ນອກຈາກນັ້ນ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດ ອາຊຽນ, AIPA, ASEM, ASEP, APEC, APPF…, ສຳເລັດການດຳລົງຕຳແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສະໄໝທີ 2; ​ໄດ້​ເລືອກ​ຕັ້ງ​ຄະນະ​ກຳມະການ​ກົດໝາຍ​ສາກົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2023-2027, ​ໄດ້​ເລືອກ​ຕັ້ງ​ສະມາຊິກ​ຄະນະ​ບໍລິຫານ​ງານ​ອົງການ UNESCO ​ໄລຍະ 2021-2025.
8. ການຜັນແປຢ່າງໃຫຍ່ຫຼວງຂອງເສດຖະກິດ ແລະ ຄວາມມານະພະຍາຍາມຮັກສາຫຼາຍເສົາຄ້ຳການເຕີບໂຕ: GDP ໃນໄຕມາດທີ III/2021 ຫຼຸດລົງ 6,17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແມ່ນການຫຼຸດລົງຢ່າງເລິກເຊິ່ງທີ່ສຸດນັບແຕ່ ຫວຽດນາມ ໄດ້ຄິດໄລ່ ແລະ ປະກາດໃຊ້ GDP ປະຈໍາໄຕມາດ ຍ້ອນຜົນກະທົບຂອງ​ການ​ແຜ່​ລະ​ບາດ ໂຄວິດ-19 ຄັ້ງທີ 4. ຂະແຫນງການບໍລິການ, ການຜະລິດອຸດສາຫະກໍາໃນພາກໃຕ້ ຫຼຸດລົງຢ່າງເລິກເຊິ່ງ ແລະ ເຖິງ 60% ປະຊາຊົນສູນເສຍວຽກເຮັດ ຫຼື ລາຍໄດ້ຫຼຸດລົງໃນໄຕມາດທີ III.
ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ​ໄດ້​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ​ເພື່ອ​ລົບ​ລ້າງ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ປະຊາຊົນ ​ແລະ ດຳ​ເນີນ​ທຸລະ​ກິດ, ​ເປີດ​ກ້ວາງ​ບັນດາ​ແຫຼ່ງ​ເງິນ​ລົງທຶນ ​ແລະ ການ​ຜະລິດ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຄູ່ “ທັງ​ປ້ອງ​ກັນ​ພະຍາດ​ລະບາດ, ທັງພັດທະນາ​ເສດຖະກິດ”. ຍ້ອນ​ເຫດ​ນັ້ນ, ຫວຽດນາມ ບັນລຸ ​ແລະ ເກີນຄາດໝາຍ​ເສດຖະກິດ​ສຳຄັນ​ຈຳນວນ​ໜຶ່ງ​ຄື:  ​ລາຍ​ຮັບ​ງົບປະມານ ຄາດ​ຄະ​ເນ​ບັນລຸ 1.471 ຕື້​ດົ່ງ, ສູງ​ກວ່າ​ການ​ຄາດ​ຄະ​ເນ 9,5% ​ແລະ ສູງ​ກວ່າ​ຄາດໝາຍ 3% ຂອງ​ລາຍ​ຈ່າຍ​ລັດຖະບານ; ການສົ່ງອອກບັນລຸໄດ້ລື່ນກາຍ 335 ຕື້ USD ແລະ ເກີນດຸນການຄ້າປະມານ 3 ຕື້ USD, ກາຍເປັນປະເທດທີ່ມີຍອດເກີນດຸນການຄ້າ 6 ປີຕິດຕໍ່ກັນ; ດຶງ​ດູດແຫຼ່ງທຶນ FDI ໂດຍກົງກວ່າ 29 ຕື້ USD. 
9. ລະບົບ​ຖານ​ຂໍ້​ມູນ​ປະຊາກອນ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຄັ້ງ​ທຳ​ອິດ​: ລະບົບ​ຖານ​ຂໍ້​ມູນ​ປະຊາກອນແຫ່ງ​ຊາດ​ໄດ້​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ກໍລະກົດ 2021 ​ເປັນ​ພື້ນຖານ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ລັດຖະບານ​ເອ​ເລັກ​ໂຕຣນິກ, ລັດຖະບານ ​ດີຈີຕອນ, ສັງຄົມ​ ດີຈີຕອນ. ຄຽງ​ຄູ່​ກັບ​ການ​ສຳ​ເລັດ​ເປົ້າ​ໝາຍ​ການ​ອອກ​ບັດ​ປະຈຳ​ຕົວ​ພົນລະ​ເມືອງ​ດ້ວຍ ​ຊິບ ​ເອ​ເລັກ​ໂຕຣນິກ, ເປັນ​ຄັ້ງ​ທຳ​ອິດ​ບັນດາ​ຂໍ້​ມູນ​ພື້ນຖານ​ກ່ຽວ​ກັບ​ພົນລະ​ເມືອງຫວຽດນາມ ​ໄດ້​ຖືກ​ມາດຕະຖານ, ​ເປັນ​ ດີຈີຕອນ ​ແລະ ​ເຂົ້າ​ໃນ​ລະບົບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ຄຸ້ມ​ຄອງ​ລັດ. 
10. ກິລາ ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໜ້າປະທັບໃຈໃນສະພາບຄວາມຫຍຸ້ງຍາກ: ທິມບານເຕະຊາຍ ຫວຽດນາມ ຄັ້ງທຳອິດໃນປະຫວັດສາດໄດ້ເຂົ້າຮອບຄັດເລືອກຮອບທີ 3 ບານເຕະໂລກ 2022. ຄັ້ງທີ 2, ທິມ Futsal ຍາດໄດ້ສິດເຂົ້າຮ່ວມຮອບສຸດທ້າຍຂອງ FIFA Futsal World Cup, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຄືບໜ້າທີ່ຍິ່ງໃຫຍ່ ເຖິງວ່າຈະມີການຢຸດເຊົາໃນຮອບ 1/8. ກ່ຽວກັບຜົນງານສ່ວນບຸກຄົນ, ນັກຍົກນ້ຳໜັກຄົນພິການ ເລວັນໂກງ ຍາດໄດ້ຫຼຽນເງິນໃນປະເພດຍົກນ້ຳໜັກ 49 ກິໂລຊາຍ ໃນງານມະຫາກຳກິລາ ພາຣາລິມປິກ 2020 ເຊິ່ງໄດ້ຈັດຂັ້ນຢູ່ ຍີ່ປຸ່ນ; ນັກມວຍຍິງ ຫງວຽນທິທູຍີ ກາຍເປັນນັກມວຍ ຫວຽດນາມ ຄົນທຳອິດທີ່ຄວ້າແຊ້ມ WBO ລຸ້ນນ້ຳໜັກເບົາ ໂລກ.
 
ປະຕິບັດ: VNA/VNP


top