ຂ່າວສານ

10 ປະເທດໄດ້ຮັບຮູ້ໜັງສືຜ່ານແດນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ

      ປະຈຸບັນ, ໜັງສືຜ່ານແດນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ ມີຫຼາຍປະເທດໄດ້ຮັບຮູ້ຄື: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸສ, ກຳປູເຈຍ, ຟີລິບປິນ, ປາແລັດສະຕິນ ແລະ ມານດີວ.
ພາບປະກອບ: TTXVN
      ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ດຳເນີນໃນວັນທີ 20 ມັງກອນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ, ຝ່າຍ ຫວຽດນາມ ກໍ່ກຳລັງຮັບຮູ້ ໜັງສືຜ່ານແດນວັກຊິນ, ຫຼື ໜັງສືຢັ້ງຢືນຊົ່ວຄາວ ຂອງ 79 ປະເທດ ແລະ ເຂດແຄ້ວນ ທີ່ໄດ້ແນະນຳໃຫ້ກະຊວງການຕ່າງປະເທດຢ່າງເປັນທາງການ.
            ຕອບຄຳຖາມກ່ຽວກັບລະບຽບການເຂົ້າເມືອງໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ຄົນຕ່າງປະເທດ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ:
            “ສຳລັບຜູ້ທີ່ມີເອກະສານທີ່ຍັງມີຜົນສັກສິດເຂົ້າເມືອງ ຫວຽດນາມ ໄດ້ຄືໜັງສືພັກເຊົາຊົ່ວຄາວ, ວີຊາ ຫຼື ໜັງສືຍົກເວັ້ນວີຊານັ້ນແມ່ນ ໄດ້ເຂົ້າເມືອງຕາມການກຳນົດຂອງກົດໝາຍວ່າດ້ວຍການເຂົ້າເມືອງ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຄົນຕ່າງປະເທດຢູ່ ຫວຽດນາມ. ສຳລັບຄົນທີ່ຢາກເຂົ້າເມືອງ ຫວຽດນາມ ເພື່ອຊອກຮູ້ຕະຫຼາດ, ເຮັດວຽກ, ລົງທຶນ, ອອກແຮງງານ, ເຂົ້າຮ່ວມກອງປະຊຸມ, ກອງປະຊຸມສຳມະນາ, ຮຳ່ຮຽນ ແຕ່ຍັງບໍ່ມີບັນດາເອກະສານດັ່ງກ່າວ ຕ້ອງໄດ້ຂໍອະນຸມັດແຜນນະໂຍບາຍຂອງຄະນະກຳມະການປະຊາຊົນຂັ້ນແຂວງ, ບັນດາກະຊວງ, ຂະແໜງການ, ອົງການສູນກາງ, ກ່ອນທີ່ຈະເຮັດລະບຽບການຄຳ້ປະກັນ, ອອກວີຊາອະນຸມັດໃຫ້ເຂົ້າເມືອງຕາມການກຳນົດຂອງມາດຕາ 16, ກົດໝາຍວ່າດ້ວຍການເຂົ້າເມືອງ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຄົນຕ່າງປະເທດຢູ່ ຫວຽດນາມ. ຂໍ້ກຳນົດນີ້ມີຜົນສັກສິດແຕ່ມື້ລາຍເຊັນ.”
            ຕັ້ງແຕ່ວັນທີ 1 ມັງກອນ ປີ 2022, ຫວຽດນາມ ກໍ່ໄດ້ເຊື່ອມຕໍ່ບັນດາສາຍການບິນການຄ້າສາກົນປົກກະຕິກັບ 8 ປະເທດ ແລະ ເຂດແຄ້ວນ. ປະຈຸບັນກົມການບິນ ກໍ່ພວມດຳເນີນການແລກປ່ຽນ, ເຈລະຈາກັບບັນດາຄູ່ຮ່ວມມືເພື່ອສາມາດເປີດສາຍບິນໄປຍັງ ອົດສະຕາລີ ແລະ ເອີຣົບ, ໜູນຊ່ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດສາມາດເປັນເຈົ້າການຂຶ້ນແຜນກັບປະເທດ.
(ແຫຼ່ງຄັດຈາກ VOV)


top