ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 2023 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດ ເລືອກ:
1. ການປະທະກັນ ດ້ວຍອາວຸດ ລະຫວ່າງ ອິດສະຣາແອນ - ຮາມາດສ ເປັນໄພຂົມຂູ່ ຕໍ່ຄວາມໝັ້ນຄົງ ຂອງ ພາກພື້ນ:
ສະຖານທີ່ຖືກທຳລາຍລ້າງ ຫຼັງຈາກການໂຈມຕີ ຂອງ ອິດສະຣາແອນ ໃນເຂດ ກາຊາ. ພາບ: ຊິນຮົວ/VNA
ການບຸກໂຈມເກີດຂຶ້ນ ແບບ ກະທັນຫັນ ໃນວັນທີ 7 ຕຸລາ ຂອງ ກອງກຳລັງ ຮາມາດສ, ຕາມ ມາດ້ວຍ ການຕອບໂຕ້ ທາງທະຫານ ຂອງ ອິດສະຣາແອນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ ພາກພື້ນ ຕາເວັນອອກກາງ ຕົກຢູ່ໃນ ສະພາບ ໄພພິບັດ ດ້ານມະນຸດສະທຳ. ມາຮອດວັນທີ 24 ທັນວານີ້ ໄດ້ມີຜູ້ເສຍຊີວິດ 21.300 ກວ່າຄົນ ແລະ ໄດ້ບາດເຈັບ 52.000 ກວ່າຄົນ.
ຍ້ອນຄວາມມານະພະຍາຍາມ ທາງການທູດ ຂອງປະຊາຄົມໂລກ, 2 ຝ່າຍໄດ້ປະຕິບັດຂໍ້ຕົກລົງ ຢຸດຍິງເປັນເວລາ 7 ວັນ, ເລີ່ມແຕ່ວັນທີ 24 ພະຈິກ, ແລກປ່ຽນຕົວປະກັນ ແລະ ນັກໂທດ ປະມານ 320 ຄົນ. ເຖິງຢ່າງໃດກໍ່ຕາມ, ການປະທະກັນ ໄດ້ດຳເນີນຄືນໃໝ່ ໃນທັນທີ ທີ່ຂໍ້ຕົກ ລົງຢຸດຍິງໄດ້ພັງທະລາຍລົງ. ເຫດຜົນຕົ້ນຕໍຂອງການປະທະກັນ ຍັງບໍ່ທັນໄດ້ຮັບການແກ້ໄຂ ເຮັດໃຫ້ຄວາມຮຸນແຮງ ສາມາດແຜ່ຂະຫຍາຍຂຶ້ນທຸກເວລາ, ເປັນໄພຂູ່ຕໍ່ຄວາມປອດໄພ ໃນທົ່ວພາກພື້ນ.
2. ມາດຕະການແກ້ໄຂບັນຫາໂດຍສັນຕິ ສໍາລັບ ລັດເຊຍ ແລະ ອຸູແກຣນ ຍັງຢູ່ຫ່າງໄກ:
ພາບລວມ ຂອງກອງປະຊຸມ ສະພາຄວາມໝັ້ນຄົງ ສະຫະປະຊາຊາດກ່ຽວກັບສະຖານະການໃນ ອູແກຣນ, ຢູ່ນະຄອນ ນິວຢອກ, ສ ອາເມລິ ກາ ໃນວັນທີ 24 ກຸມພາ 2023. ພາບ: ຊິນຮົວ/VNA
ການປະທະກັນ ລະຫວ່າງ ລັດເຊຍ - ອຸູແກຣນ ຕົກຢູ່ໃນສະພາບ ທາງຕັນ, ການສູ້ຮົບກັນ ຍັງຄົງດຳເນີນຕໍ່ໄປ ໃນຂະ ນະ ທີ່ສອງຝ່າຍ ປະຕິເສດ ທີ່ຈະນັ່ງເຂົ້າໂຕະເຈລະຈາ. ຝ່າຍຕາເວັນຕົກ ສືບຕໍ່ໃຫ້ການຊ່ວຍເຫຼືອ ດ້ານອາວຸດ ໃຫ້ແກ່ ອູແກຣນ ແລະ ວາງມາດຕະການລົງໂທດ ຄັ້ງໃໝ່ຕໍ່ ລັດເຊຍ. ລັດເຊຍ ໄດ້ຖອນຕົວຢ່າງເປັນທາງການ ອອກຈາກສົນທິສັນຍາ ກ່ຽວກັບກອງກຳລັງອາວຸດທຳມະດາຢູ່ ເອີຣົບ, ຍົກເລີກການໃຫ້ສັດຕະຍາບັນ ສົນທິສັນຍາ ຫ້າມທົດລອງ ນິວເຄຼຍຮອບດ້ານ, ຖອນຕົວອອກຈາກ ຂໍ້ຕົກລົງ ທັນຍາຫານ ທະເລດຳ. ການປະເຊີນໜ້າ ຢ່າງບໍ່ຢຸດຢັ້ງ ສືບຕໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ການເມືອງ ແລະ ເສດຖະກິດ ທົ່ວໂລກ.
3. ການຟື້ນຕົວ ຂອງ ເສດຖະກິດໂລກ ຊ້າລົງ:
ສາຂາທະນາຄານ Credit Suisse ຢູ່ Lucerne, ສະວິດ. ພາບ: ຊິນຮົວ/VNA
ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄາດວ່າ ເສດຖະກິດໂລກ ຂະຫຍາຍ ຕົວ 2,9% ໃນປີ 2023, ຫຼຸດລົງເມື່ອທຽບກັບອັນດັບ ການຂະຫຍາຍ ຕົວ 3,3% ຂອງ ປີ 2022. ສາເຫດແມ່ນຍ້ອນ “ແຜ່ນດິນໄຫວ” ທາງ ດ້ານການເງິນ ຈາກການລົ້ມລະລາຍ ຂອງ ທະນາຄານ Silicon Valley, Signature, First Republic ຂອງ ສ ອາເມລິກາ ແລະ UBS ຂອງ ສະວິດ, ຄຽງຄູ່ກັບ ວິກິດການພະລັງງານ ແລະ ການປະທະກັນທີ່ ອູແກຣນ, ຕາເວັນອອກກາງ. ທະນາຄານກາງ ໃນຫຼາຍປະເທດ ຕ້ອງພິ ຈາລະນາ ລະຫວ່າງການເພີ່ມອັດຕາດອກເບ້ຍ ເພື່ອຄວບຄຸມອັດຕາ ເງິນເຟີ້ ແລະ ຢຸດການເພີ່ມ ອັດຕາດອກເບ້ຍ ເພື່ອຊ່ວຍໜູນການຟື້ນ ຕົວທາງເສດຖະກິດ.
4. ຈຳກັດການສົ່ງອອກເຂົ້າ, ການປ່ຽນແປງ ຂອງດິນຟ້າອາກາດ ເປັນ ໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານທົ່ວໂລກ:
ວັນທີ 25 ສິງຫາ 2023, ລັດຖະບານ ອິນເດຍ ໄດ້ປະກາດເກັບພາສີ 20% ສຳລັບເຂົ້າ ທີ່ສົ່ງອອກ ເພື່ອຄວບຄຸມ ການຂຶ້ນລາຄາ ແລະ ຮັບປະກັນການສະໜອງ ໃຫ້ຕະຫຼາດພາຍໃນປະເທດຢ່າງພຽງພໍ. ພາບ: ຄົນງານທີ່ເຮັດວຽກຢູ່ໂຮງງານເຂົ້າ Hyderabad, ປະເທດ ອິນເດຍ. ພາບ: AFP/VNA
ການຫ້າມສົ່ງອອກເຂົ້າທໍາມະດາ, ເກັບພາສີ 20% ຕໍ່ການສົ່ງອອກເຂົ້າ ຈາກ ອິນເດຍ - ປະເທດທີ່ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດໂລກ - ຄຽງຄູ່ ກັບ ຜົນກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຮັດ ໃຫ້ ເກີດໄພແຫ້ງແລ້ງ ຢ່າງຮ້າຍແຮງ ເຮັດໃຫ້ແຫຼ່ງສະໜອງຫຼຸດລົງ, ເຮັດໃຫ້ລາຄາເຂົ້າແພງຂຶ້ນ, ສົ່ງຜົນກະທົບທາງລົບ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງ ຫຼາຍປະເທດ, ພິເສດແມ່ນບັນດາປະເທດທຸກຍາກ ຢູ່ ອາຊີ ແລະ ທາງພາກໃຕ້ ຂອງ ທະເລຊາຍ Sahara. ກອງປະຊຸມສຸດຍອດຄວາມໝັ້ນຄົງ ດ້ານສະບຽງອາຫານໂລກ ໄດ້ຈັດຂຶ້ນ ໃນວັນທີ 20 ພະຈິກ ຢູ່ ປະເທດ ອັງກິດ ໄດ້ສະເໜີບັນດາວິທີແກ້ໄຂ ກ້າວໄປເຖິງ ລະບົບອາຫານທີ່ຍືນຍົງ ແລະ ປັບຕົວເຂົ້າກັບການ ປ່ຽນ ແປງ ຂອງ ດິນຟ້າອາກາດ.
5. ສົ່ງເສີມ ການນຳໃຊ້ ໄປຄຽງຄູ່ກັບ ເພີ່ມທະວີ ການຄວບຄຸມ AI:
ຫຸ່ນຍົນ AI "Ameca" ໄດ້ຖືກນໍາສະເໜີຢູ່ບໍລິສັດ Engineered Arts, ໃນກອບຂອງກອງປະຊຸມສຸດຍອດ AI ໂລກ ຂອງ ສະຫະພັນ ໂທລະ ຄົມມະນາຄົມ ສາກົນ (ITU) ທີ່ນະຄອນ ເຊີແນວ, ສະວິດ, ວັນທີ 5 ກໍລະກົດ 2023. ພາບ: AFP/VNA
ປັນຍາປະດິດ (AI) ກໍາລັງພັດທະນາຢ່າງແຂງແຮງ, ຖືກນໍາໃຊ້ໃນຫຼາຍ ຂົງເຂດ, ຊຸກຍູ້ການປ່ຽນແປງໃນຫຼາຍຂະແໜງອາຊີບ, ແຕ່ຍັງສ້າງສິ່ງ ທ້າທາຍ ບໍ່ໜ້ອຍ.
6. COP28 ບັນລຸໄດ້ຂໍ້ຕົກລົງ ປະຫວັດສາດ ເພື່ອຄ່ອຍຢຸດຕິ ການນຳໃຊ້ ຟອສຊີວ:
ພາບ ປິດກອງປະຊຸມສຸດຍອດ ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາ ສະ ຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງ ດິນຟ້າອາກາດ ຄັ້ງທີ 28 (COP28) ທີ່ນະຄອນ Dubai, ປະເທດ UAE ໃນວັນທີ 13 ທັນວາ 2023. ພາບ: ຊິນຮົວ/VNA
ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມລັດພາຄີ ຂອງ ສົນທິສັນຍາຂອບ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ ຄັ້ງທີ 28 (COP28) ຢູ່ Dubai (UAE) ເມື່ອວັນທີ 13 ທັນວາ ໄດ້ຕົກລົງເປັນຄັ້ງທຳອິດ ການຫັນປ່ຽນ ການນຳໃຊ້ ຟອສຊີວ ໃນລະບົບພະລັງງານຢ່າງສະເໝີພາບ, ມີລະບຽບ ແລະ ເໝາະສົມ, ຜ່ານນັ້ນກ້າວເຖິງການບັນລຸເປົ້າໝາຍ ການປ່ອຍອາຍພິດ ເທົ່າກັບ “0” - Net Zero ໃນປີ 2050 ແລະຮຽກຮ້ອງ ເພີ່ມກຳລັງການຜະລິດ ພະລັງງານທົດແທນທົ່ວໂລກ ໃນປີ 2030.
ສະພາບອາກາດຮ້ອນ ແລະ ແດດກ້າ ຢູ່ລັດ ເນວາດາ, ສ ອາເມລິກາ ໃນວັນທີ 12 ກໍລະກົດ 2023. ພາບ: AFP/VNA
7. ແຜ່ນດິນໄຫວ ຄັ້ງຮ້າຍແຮງຢູ່ປະເທດ ຕວກກີ:ພາບ ການເພພັງ ເບິ່ງຜ່ານປ່ອງຢ້ຽມ ຫຼັງຈາກໄພພິບັດ ແຜ່ນດິນໄຫວ ຢູ່ເມືອງ Antakya, ຕວກກີ, ວັນທີ 20 ກຸມພາ 2023. ພາບ: AFP/VNA
ແຜ່ນດິນໄຫວ ຂະ ໜາດ 7,8 ຣິກເຕີ ເກີດຂຶ້ນ ໃນວັນທີ 6 ກຸມພາ ແມ່ນຮຸນແຮງທີ່ສຸດ ຢູ່ ປະເທດນີ້ ໃນຮອບເກືອບໜຶ່ງ ສະຕະວັດ ຜ່ານມາ ເຮັດໃຫ້ ປະຊາຊົນ ຕວກກີ ປະມານ 50.000 ຄົນເສຍຊີວິດ ແລະ ເກືອບ 6.000 ຄົນເສຍ ຊີວິດ ຢູ່ປະເທດ ຊີຣີ.
8. ການກໍ່ລັດຖະປະຫານ ຢ່າງຕໍ່ເນື່ອງ ເຮັດໃຫ້ ເກີດຄວາມບໍ່ໝັ້ນຄົງ ຢູ່ ທະວີບ ອາຟຣິກກາ:
ວັນທີ 30 ກໍລະກົດ 2023, ຜູ້ນຳປະຊາຄົມເສດຖະກິດ ບັນດາປະເທດ ອາ ຟຣິກກາ ຕາເວັນຕົກ (ECOWAS) ໄດ້ອອກມາເຕືອນວ່າ ສາມາດໃຊ້ກຳລັງ ໄດ້ ຖ້າພາຍໃນໜຶ່ງອາທິດ ລັດຖະບານທະຫານຂອງ ນີເຊ ບໍ່ຄືນ ອໍານາດໃຫ້ປະທານາທິບໍດີ Mohammed Bazoum ແລະ ວາງມາດຕະການຂວໍ້າບາດ ຕໍ່່ຜູ້ນຳ ທາງທະຫານ ນີເຊ. ພາບ: ຊິນຮົວ/VNA
ທ່າອ່ຽງ ການປ່ຽນແປງລັດຖະບານ ຂັດກັບ ຂໍ້ກຳນົດ ຂອງ ກົດໝາຍ ຢູ່ຫຼາຍປະເທດ ໃນທະວີບ ອາຟຣິກກາ ໄດ້ເຮັດໃຫ້ ພາກພື້ນນີ້ ເຂົ້າສູ່ຄວາມບໍ່ໝັ້ນຄົງຫຼາຍຂຶ້ນ, ກໍ່ໃຫ້ສິ່ງ ທ້າທາຍ ກ່ຽວກັບ ຄວາມທຸກຍາກ ແລະ ຄວາມອຶດຫີວ ຮ້າຍແຮງ ຍິ່ງຂຶ້ນ.
9. ການແຂ່ງຂັນ ທ່ີຟົດຟື້ນ ເພື່ອພິຊິດອາວະກາດ:
ໂມດູນ Vikram ຂອງຍານອາວະກາດ Chandrayaan-3 (ພາບ) ໄດ້ ປະສົບຜົນສໍາເລັດ ໃນການລົງຈອດຢູ່ຂົ້ວໃຕ້ຂອງດວງຈັນ ໃນວັນທີ 23 ສິງຫາ 2023, ເຮັດໃຫ້ ອິນເດຍ ກາຍເປັນປະເທດທຳອິດ ໃນປະຫວັດ ສາດ ທີ່ປະຕິບັດພາລະກິດ ໄດ້ຄົ້ນພົບດິນ, ຫີນ ແລະ ແຮ່ທາດ ຢູ່ ຂົ້ວ ໃຕ້ສຸດ ຂອງ ດາວເຄາະນີ້. ພາບ: AFP/VNA
ວັນທີ 7 ກັນຍາ 2023, ຍີ່ປຸ່ນ ໄດ້ປະສົບຜົນສໍາເລັດ ໃນການສົ່ງຈະ ຫຼວດ H2-A ຂຶ້ນສູ່ອາວະກາດ ໂດຍບັນທຸກດາວທຽມສໍາຫຼວດ Smart Lunar Exploration Lander (SLIM) ແລະ ດາວທຽມ X-ray Spectroscopy and Imaging Mission (XRISM)ຈາກສູນອາວະກາດ Tanegashima, ທາງພາກໃຕ້ ຂອງປະເທດ. ຕາມແຜນການ SLIM ຈະເຂົ້າສູ່ວົງໂຄຈອນ ຮອບດວງຈັນ ປະມານ 3 ຫາ 4 ເດືອນ ນັບແຕ່ ເວລາປ່ອຍ ອອກຈາກຖານ ແລະ ຈະສາມາດລົງຈອດ ເທິງດວງຈັນ ຫຼັງຈາກນັ້ນ ປະມານ 4 ຫາ 6 ເດືອນ. ພາບ: Kyodo/VNA
ອິນເດຍ ໄດ້ກາຍ ເປັນປະເທດ ທຳອິດ ທີ່ມີຍານອາວະກາດ ສຳຫຼວດ ລົງຈອດຢູ່ຂົ້ວໃຕ້ ສຸດ ທີ່ບໍ່ທັນໄດ້ສຳຫຼວດ ຂອງ ດວງຈັນ ແລະ ສົ່ງຍານອາວະກາດສຳ ຫຼວດ ດວງອາທິດ ສຳເລັດຜົນ. ຍີ່ປຸ່ນ ໄດ້ສົ່ງຍານອາວະກາດ ລົງຈອດ ດວງຈັນ, ໃນຂະນະ ດຽວກັນ ຍານອາວະກາດສຳຫຼວດ Luna-25 ຂອງ ລັດເຊຍ ປະສົບບັນຫາໃນການລົງຈອດ ຢູ່ດາວເຄາະນີິ້. ເອີຣົບສົ່ງດາວ ທຽມ ໄປສໍາຫຼວດ “ຈັກກະວານມືດ”. ອົງການ NASA ເປີດຕົວ ຄົ້ນ ຄວ້າ ດາວເຄາະນ້ອຍ Psyche. ວັນທີ 4 ທັນວາ ຜ່ານມາ, ສະມັດຊາໃຫຍ່ ສະຫະປະຊາຊາດໄດ້ຮັບຮອງເອົາມະຕິ ກ່ຽວກັບການບໍ່ນຳໃຊ້ອາວຸດ ຢູ່ອາວະກາດເພື່ອເພີ່ມທະວີ ການບໍລິຫານອາວະກາດ.
10. ອິນເດຍກາຍເປັນປະເທດ ມີປະຊາກອນ ຫຼາຍທີ່ສຸດໂລກ:
ຜູ້ຄົນບຽດກັນ ລໍຖ້າຂຶ້ນລົດໄຟ ຢູ່ສະຖານີລົດໄຟ ໃນນະຄອນ Mumbai ປະເທດ ອິນເດຍ ວັນທີ 19 ເມສາ 2023. ພາບ: AFP/VNA
ອີງຕາມຂໍ້ມູນ ຂອງ ສະຫະປະຊາຊາດ, ວັນທີ 14 ເມສາ, ປະຊາກອນ ອິນເດຍ ມີ 1.425.775.850 ຄົນ, ລື່ນກາຍ ສປ ຈີນ ໄດ້ກາຍເປັນ ປະ ເທດ ທີ່ມີປະຊາກອນຫຼາຍທີ່ສຸດໃນໂລກຢ່າງເປັນທາງການ. ການເຕີບໂຕດ້ານປະຊາກອນ ນຳເອົາຄວາມໄດ້ປຽບ ດ້ານກຳລັງແຮງງານ ມາໃຫ້ ອິນເດຍ, ພ້ອມດຽວກັນ ກໍ່ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງ ໃນການຮັບປະກັນດ້ານສະບຽງອາຫານ, ທີ່ຢູ່ອາໄສ, ດ້ານສາທາລະນະສຸກ ແລະ ການສຶກສາ ອີກດ້ວຍ.