ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:
1. ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ບັນລຸເປົ້າໝາຍກ່ອນກຳນົດ 5 ປີ
ສຳນັກງານ ຄະນະກຳມະການປະຊາຊົນ ແຂວງ ຫວຽດຮຶງ, ນະຄອນຫຼວງ ຮ່າໂນ້ຍ, ປ່ຽນປ້າຍໃໝ່ ເພື່ອກຽມພ້ອມເຂົ້າສູ່ລະບົບການບໍລິຫານລັດ 2 ຂັ້ນ ເລີ່ມແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ພາບ: ແທ່ງເຟືອງ/VNA
ການປັບປຸງກົງຈັກການຈັດຕັ້ງໄດ້ຮັບການຈັດຕັ້ງປະຕິບັດແຕ່ສູນກາງລົງຮອດທ້ອງຖິ່ນ, ເຊິ່ງສາມາດຫຼຸດຜ່ອນຫົວໜ່ວຍຂຶ້ນກັບສູນກາງໄດ້ 34,9%, ຢຸບເລີກຄະນະພັກອົງການຈັດຕັ້ງລັດ ແລະ ຄະນະພັກກະຊວງໄດ້ 100%, ຫຼຸດຜ່ອນຫົວໜ່ວຍການປົກຄອງຂັ້ນແຂວງໄດ້ 46% ແລະ ຂັ້ນຕາແສງໄດ້ 66,9%; ບັນລຸບັນດາເປົ້າໝາຍກ່ຽວກັບການປັບປຸງກົງຈັກໃຫ້ກະທັດຮັດ ຕາມຈິດໃຈມະຕິເລກທີ 18-NQ/TW (ສະໄໝທີ XII) ກ່ອນກຳນົດ 5 ປີ. ນັບແຕ່ວັນທີ 1 ກໍລະກົດ, ທົ່ວປະເທດໄດ້ເລີ່ມນຳໃຊ້ກົງຈັກການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງພ້ອມເພຽງກັນ (ບໍ່ມີຂັ້ນເມືອງ) ຢູ່ 34 ແຂວງ ແລະ ນະຄອນ. ການປະຕິວັດ “ຈັດສັນຜືນແຜ່ນດິນຄືນໃໝ່” ນີ້ ໄດ້ເປີດກວ້າງກຳລັງແຮງໃນການພັດທະນາໃໝ່, ຄ່ອຍໆຫັນປ່ຽນຈາກຮູບແບບການຄຸ້ມຄອງ ໄປສູ່ການບໍລິການ, ສ້າງສັນ ແລະ ເພື່ອປະຊາຊົນ.
2. ພັກກຳນົດການກຸ້ມຕົນເອງທາງດ້ານຍຸດທະສາດໃນສັງກາດໃໝ່
ປະຊາຊົນແຂວງ ດັກລັກ ປະກອບຄຳເຫັນໃສ່ຮ່າງບັນດາເອກະສານ ທີ່ຈະນຳສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໂດຍຜ່ານແອັບພລິເຄຊັນ VNeID. ພາບ: ຫງວຽນຢຸງ/VNA)
ຮ່າງບົດລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ເນັ້ນໜັກເຖິງເປົ້າໝາຍ “ກຸ້ມຕົນເອງທາງດ້ານຍຸດທະສາດ”, ສະແດງໃຫ້ເຫັນວິໄສທັດຍຸດທະສາດໃນການເປັນເຈົ້າການວາງແຜນຜັງ, ນຳພາ ແລະ ສ້າງສັນການພັດທະນາປະເທດຊາດ ໃນທ່າມກາງໂລກທີ່ມີການຜັນແປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ. ເປັນຄັ້ງທຳອິດທີ່ຮ່າງບົດລາຍງານການເມືອງ ໄດ້ລວມເອົາບົດລາຍງານການເມືອງ, ບົດລາຍງານສະພາບການເສດຖະກິດ-ສັງຄົມ ແລະ ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ, ພ້ອມກັບຮ່າງເອກະສານອື່ນໆ ເຊິ່ງໄດ້ຮັບຄຳຄິດເຫັນເກືອບ 14 ລ້ານຄັ້ງ ທັງທາງກົງ ແລະ ທາງອອນລາຍຜ່ານລະບົບ VNeID ຈາກການປະກອບສ່ວນຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ. ກ່ອນໜ້ານັ້ນ, ກອງປະຊຸມໃຫຍ່ພັກທຸກຂັ້ນອາຍຸການ 2025-2030 ກໍໄດ້ສຳເລັດກ່ອນກຳນົດ. ເປັນຄັ້ງທຳອິດທີ່ເລຂາພັກແຂວງ ແລະ ປະທານຄະນະກຳມະການປະຊາຊົນແຂວງ-ນະຄອນທັງໝົດ ບໍ່ແມ່ນຄົນທ້ອງຖິ່ນ.
3. ປຸກລະດົມຄວາມຮັກຊາດ ແລະ ຄວາມມຸ່ງຫວັງໃນການພັດທະນາປະເທດຊາດ
ຂະບວນສວນສະໜາມ ມຸ່ງໜ້າສູ່ສະໜາມຫຼວງ ການປະຕິວັດເດືອນ ສິງຫາ. ພາບ: ຟານເຟືອງ/VNA
ພິທີສວນສະໜາມສະເຫຼີມສະຫຼອງວັນປະຕິວັດເດືອນ ສິງຫາ ຄົບຮອບ 80 ປີ ແລະ ວັນຊາດ ທີ 2 ກັນຍາ, ຄົບຮອບ 50 ປີ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່, ແຜ່ຂະຫຍາຍຈິດໃຈແຫ່ງຄວາມທະນົງໃຈໃນຊາດ, ສ້າງແຮງບັນດານໃຈກ່ຽວກັບຄວາມມຸ່ງຫວັງໃນການພັດທະນາປະເທດຊາດ. ຄຽງຄູ່ກັບບັນດາພິທີສະເຫຼີມ ສະຫຼອງ ແມ່ນບັນດາລາຍການ “ຄອນເສີດລະດັບຊາດ” ເຊັ່ນ: “ປະເທດຊາດໃນດວງໃຈ”, “ພູມໃຈທີ່ເປັນຄົນຫວຽດນາມ”... ແລະ ຮູບເງົາ “ເມືອດໍ” (ຝົນແດງ) ທີ່ສ້າງລາຍຮັບສູງເປັນປະຫວັດການກວ່າ 700 ຕື້ດົ້ງ (ປະມານກວ່າ 26 ລ້ານໂດລາສະຫະລັດ), ໄດ້ຮັບລາງວັນດອກບົວຄຳ ໃນງານມະຫະກຳຮູບເງົາ ຫວຽດນາມ ປີ 2025, ສ້າງທ່າແຮງໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຮອດປີ 2030 ແລະ ວິໄສທັດຮອດປີ 2045.
4. ໄພທຳມະຊາດທີ່ຮ້າຍແຮງ, ຜິດປົກກະຕິ ແລະ ລື່ນລະດັບສູງສຸດໃນປະຫວັດສາດ
ວັດ ເກົ່າ (ຂົວ ຢີ່ປຸ່ນ) - ສັນຍະລັກຂອງເມືອງເກົ່າ ໂຮ້ຍອານ ຖືກນ້ຳຖ້ວມສູງເກືອບຮອດຫຼັງຄາ ໃນຊ່ວງເກີດອຸທົກກະໄພຄັ້ງປະຫວັດສາດ. ພາບ: ແອງຢຸງ/VNA
ໃນປີຜ່ານມາ ໄດ້ເກີດມີພາຍຸ ແລະ ຄວາມກົດດັນອາກາດຕ່ຳຮ້ອນຊຸ່ມເຖິງ 21 ຫົວ, ເຊິ່ງຫຼາຍທີ່ສຸດເທົ່າທີ່ເຄີຍມີມາ, ໃນນັ້ນມີພາຍຸໃຫຍ່ 5 ຫົວທີ່ມີຄວາມໄວສູງ ແລະ ຄວາມແຮງຫຼາຍ, ພ້ອມກັບລົມພາຍຸໝູນ, ນ້ຳຖ້ວມຊຸ ແລະ ດິນເຈື່ອນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍກວ່າ 400 ຄົນ, ສ້າງຄວາມເສຍຫາຍທາງເສດຖະກິດເກືອບ 100.000 ຕື້ດົ້ງ (ເທົ່າກັບ 0,7 - 0,8% ຂອງ GDP). ພິເສດແມ່ນເຫດການນ້ຳຖ້ວມຢູ່ແຂວງ ຖາຍງວຽນ; ນ້ຳຖ້ວມ ແລະ ດິນເຈື່ອນທີ່ຮ້າຍແຮງຢູ່ພາກກາງຕອນໃຕ້ ແລະ ໄຕງວຽນ; ປະລິມານນ້ຳຝົນຢູ່ຈອມພູ ແບກໝາ (ເຫວ້) ສູງເຖິງ 1.740 ມມ ພາຍໃນ 24 ຊົ່ວໂມງ (ວັນທີ 27 ຕຸລາ); ລະດັບນ້ຳທະເລໜູນຢູ່ ນະຄອນ ໂຮ່ຈີມິນ, ເກີ່ນເທີ ແລະ ກ່າເມົາ ລ້ວນແຕ່ລື່ນລະດັບສູງສຸດໃນປະຫວັດສາດ.
5. ຜັນຂະຫຍາຍບັນດາມະຕິຍຸດທະສາດ ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ
ກອງປະຊຸມທົ່ວປະເທດ ເພື່ອເຊື່ອມຊຶມ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິເລກທີ 66-NQ/TW ແລະ ມະຕິເລກທີ 68-NQ/TW ຂອງກົມການເມືອງ. ພາບ: ເຟືອງຮວາ/VNA
ກົມການເມືອງໄດ້ອອກມະຕິຍຸດທະສາດໃນຂົງເຂດທີ່ສຳຄັນ, ໂດຍກຳນົດບັນດາກຳລັງແຮງຊຸກຍູ້ໃຫ້ແກ່ການພັດທະນາປະເທດຊາດ ໂດຍຖືເອົາປະຊາຊົນເປັນສູນກາງ ແລະ ເປັນເຈົ້າການ; ວິທະຍາສາດເຕັກໂນໂລຊີເປັນບາດກ້າວບຸກທະລຸທີ່ສຳຄັນອັນດັບໜຶ່ງ; ເສດຖະກິດຂອງລັດເປັນຜູ້ນຳພາ ແລະ ເສດຖະກິດເອກະຊົນເປັນກຳລັງຫຼັກແຫຼ່ງ.
ດ້ວຍຈິດໃຈທີ່ເປັນເອກະພາບແຕ່ເຈດຈຳນົງທາງການເມືອງຂອງພັກ ຈົນຮອດຂອບນິຕິກຳ ແລະ ການບໍລິຫານຂອງລັດ, ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XV, ໄດ້ຮັບຮອງເອົາກົດໝາຍ 51 ສະບັບ ແລະ ມະຕິ 8 ສະບັບ, ກວມເອົາເກືອບ 30% ຂອງຈຳນວນກົດໝາຍທັງໝົດໃນອາຍຸການ. ລັດຖະບານໄດ້ອອກຫຼາຍແຜນງານການເຄື່ອນໄຫວ ແລະ ເອກະສານແນະນຳການຈັດຕັ້ງປະຕິບັດກົດໝາຍ, ສ້າງແລວທາງນິຕິກຳເພື່ອພາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
6. ການເຕີບໂຕທາງເສດຖະກິດຂອງຫວຽດນາມ ຢູ່ໃນກຸ່ມນຳໜ້າຂອງ ອາຊີ
ການຜະລິດສັງກະສີເພື່ອສົ່ງອອກ ຢູ່ກຸ່ມບໍລິສັດ ຮ່ວາຟາດ. ພາບ: ຕວນແອງ/VNA
ການເຕີບໂຕຂອງ GDP ໃນປີ 2025 ຄາດວ່າຈະບັນລຸປະມານ 8%, ອັດຕາເງິນເຟີ້ຖືກຄວບຄຸມໃຫ້ຕ່ຳກວ່າ 4%, ທຶນຈົດທະບຽນໂດຍກົງຈາກຕ່າງປະເທດ (FDI) ບັນລຸປະມານ 24 ຕື້ໂດລາ ສະຫະລັດ, ເຊິ່ງສູງທີ່ສຸດໃນຮອບ 5 ປີ. ນີ້ແມ່ນໝາກຜົນແຫ່ງຄວາມພະຍາຍາມອັນດີເລີດຂອງຫວຽດນາມ ໃນທ່າມກາງ “ຜົນກະທົບຊ້ອນ” ຈາກສົງຄາມພາສີໂລກ, ຄວາມຂັດແຍ້ງທາງພູມສາດການເມືອງທີ່ເພີ່ມຂຶ້ນ, ໄພທຳມະຊາດທີ່ຮ້າຍແຮງ ແລະ ການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ທ້ອງຖິ່ນ. ລັດຖະບານໄດ້ພະຍາຍາມປ່ຽນໃໝ່ກຳລັງແຮງການເຕີບໂຕແບບດັ້ງເດີມ ແລະ ຊຸກຍູ້ກຳລັງແຮງໃໝ່ ເຊັ່ນ: ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດສ້າງສັນ... ເພື່ອຍົກສູງສະມັດຖະພາບ, ຄວາມສາມາດໃນການແຂ່ງຂັນ ແລະ ຄວາມສາມາດໃນການຕ້ານທານຂອງພື້ນຖານເສດຖະກິດ.
7. ສົນທິສັນຍາ ຮ່າໂນ້ຍ - ຂອບນິຕິກຳທົ່ວໂລກສະບັບທຳອິດກ່ຽວກັບການຕ້ານອາດຊະຍາກຳທາງ ໄຊເບີ
ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີເປີດລົງນາມ ແລະ ກອງປະຊຸມລະດັບສູງ ກ່ຽວກັບສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ (ສົນທິສັນຍາ ຮ່າໂນ້ຍ). ພາບ: ເຟືອງຮວາ/VNA
ໃນວັນທີ 25 - 26 ຕຸລາ ນີ້, ພິທີເປີດລົງນາມ ແລະ ກອງປະຊຸມລະດັບສູງ ກ່ຽວກັບສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ ນະຄອນຫຼວງ ຮ່າໂນ້ຍ (ສົນທິສັນຍາ ຮ່າໂນ້ຍ), ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນຫຼາຍກວ່າ 2.500 ທ່ານ ຈາກບັນດາອົງການຈັດຕັ້ງຫຼາຍຝ່າຍ ແລະ 119 ປະເທດ ກໍ່ຄືເຂດແຄວ້ນຕ່າງໆ. ນີ້ຖືເປັນຄັ້ງທຳອິດທີ່ຊື່ສະຖານທີ່ຂອງ ຫວຽດນາມ ໄດ້ຖືກນຳມາຕິດພັນກັບສົນທິສັນຍາຫຼາຍຝ່າຍໃນລະດັບໂລກ. ໃນພິທີເປີດລົງນາມດັ່ງກ່າວ, ມີ 72 ປະເທດ ໄດ້ຮ່ວມລົງນາມໃນສົນທິສັນຍາ ຮ່າໂນ້ຍ, ເຊິ່ງເປັນການສ້າງປະຖົມມະໄຈອັນສຳຄັນ ເພື່ອໃຫ້ເອກະສານສະບັບນີ້ມີຜົນບັງຄັບໃຊ້ໂດຍໄວ, ທັງເປັນການວາງຮາກຖານໃຫ້ແກ່ບັນດາມາດຕະຖານລວມ ໃນການສະກັດກັ້ນ, ສືບສວນ-ສອບສວນ ແລະ ດຳເນີນຄະດີອາດຊະຍາກຳທາງ ໄຊເບີ - ເຊິ່ງເປັນຂົງເຂດທີ່ມີລັກສະນະຂ້າມຊາດ ແລະ ຍາກທີ່ຈະຄວບຄຸມໄດ້ຢ່າງເດັດຂາດ ດ້ວຍລະບຽບກົດໝາຍພາຍໃນຂອງແຕ່ລະປະເທດ.
8. ສຳເລັດເປົ້າໝາຍລຶບລ້າງເຮືອນຊົ່ວຄາວ ແລະ ເຮືອນທີ່ຊຸດໂຊມທົ່ວປະເທດກ່ອນກຳນົດ
ເຮືອນຫຼັງໃໝ່ຂອງຄອບຄົວ ທ່ານນາງ ເຈິ່ນທິຊາ, ຕາແສງ ນາມລີ, ແຂວງ ນິງບິ່ງ ໄດ້ສ້າງສຳເລັດ ຍ້ອນໄດ້ຮັບທຶນຊ່ວຍເຫຼືອຈາກ ໂຄງການລົບລ້າງເຮືອນຊົ່ວຄາວ ແລະ ເຮືອນທີ່ຊຸດໂຊມ. ພາບ: ຫງວຽນຈິງ/VNA
ຮອດທ້າຍເດືອນ ສິງຫາ, ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈລຶບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມ” ສາມາດລຶບລ້າງເຮືອນໄດ້ 334.234 ຫຼັງ, ສຳເລັດກ່ອນກຳນົດ 5 ປີ 4 ເດືອນ ທຽບກັບເປົ້າໝາຍໃນມະຕິເລກທີ 42-NQ/TW ແລະ ກ່ອນ 4 ເດືອນ ທຽບກັບເປົ້າໝາຍໃນຄຳສັ່ງເລກທີ 42/CT-TTg ຂອງນາຍົກລັດຖະມົນຕີ. ນີ້ແມ່ນ “ໂຄງການລະດັບຊາດພິເສດ” ຂອງ “ເຈດຈຳນົງຂອງພັກ, ຄວາມຕ້ອງການຂອງປະຊາຊົນ”, “ນ້ຳໃຈຮັກຊາດ, ຄວາມຜູກພັນຂອງພີ່ນ້ອງ”, ເຊິ່ງມີມູນຄ່າມະນຸດສະທຳອັນເລິກເຊິ່ງ.
ໃນວັນທີ 30 ພະຈິກ, ພາຍຫຼັງເຫດການນ້ຳຖ້ວມໃຫຍ່ຢູ່ພາກກາງຕອນໃຕ້ ແລະ ເຂດພູດອຍພາກກາງ, “ບັ້ນຮົບກວາງຈຸງ” ກໍໄດ້ຖືກເປີດຂຶ້ນຢ່າງຮີບດ່ວນເພື່ອສ້ອມແປງ ແລະ ປຸກສ້າງເຮືອນຄືນໃໝ່ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ.
9. ສຳເລັດການກໍ່ສ້າງທາງດ່ວນຫຼາຍກວ່າ 3.500 ກມ
ອຸມົງໝາຍເລກ 1 ທີ່ມີຄວາມຍາວ 610 ມ ຂອງເສັ້ນທາງດ່ວນ ກວາງຫງາຍ - ຮ່ວາຍເຍີນ ໄດ້ເຈາະທະລຸເຊື່ອມຕໍ່ກັນຢ່າງເປັນທາງການ. ພາບ: ຮວາງຮ່ຽວ/VNA
ປີສຸດທ້າຍຂອງສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ບັນທຶກຂີດໝາຍການສຳເລັດ ແລະ ເປີດນຳໃຊ້ທາງດ່ວນໄດ້ 3.513 ກມ, ລື່ນຄາດໝາຍ 3.000 ກມ ແລະ ສ້າງພື້ນຖານໃຫ້ຮອດປີ 2030 ຫວຽດນາມ ຈະມີທາງດ່ວນ 5.000 ກມ. ບັນດາທ້ອງຖິ່ນກໍໄດ້ສຳເລັດການກໍ່ສ້າງທາງລຽບຊາຍທະເລ 1.700 ກມ. ນີ້ແມ່ນໝາກຜົນຂອງການຊີ້ນຳຢ່າງເດັດຂາດຈາກສູນກາງ, ການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພ້ອມກັບຈິດໃຈເຮັດວຽກ “ສູ້ຊົນທຸກສະພາບອາກາດ”, “ເຮັດວຽກຜ່ານວັນພັກບຸນ, ວັນບຸນເຕັດ” ຕາມການຊີ້ນຳຂອງນາຍົກລັດຖະມົນຕີ.
10. 100 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ
ສະຫາຍນາງ ຫວູຫວຽດຈາງ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານ ຫວຽດນາມ ເປັນປະທານດໍາເນີນກອງປະຊຸມສໍາມະນາ “100 ປີ ສື່ມວນຊົນປະຕິວັດ ຫວຽດນາມ ຮ່ວມເດີນທາງກັບພາລະກິດປະຕິວັດອັນສະຫງ່າລາສີ ຂອງພັກ ແລະ ຊາດ”. ພາບ: ເຟືອງຮວາ/VNA
ຄົບຮອບ 1 ສະຕະວັດ ແຫ່ງການກໍ່ຕັ້ງ ແລະ ຂະຫຍາຍຕົວຂອງສື່ມວນຊົນປະຕິວັດ ຫວຽດນາມ (1925-2025). ຖັນແຖວນັກຂ່າວໄດ້ກາຍເປັນກຳລັງຫຼັກແຫຼ່ງໃນແນວຮົບແນວຄິດ ແລະ ວັດທະນະທຳ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ທ້ອນໂຮມປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕໍ່ກັບໜ້າທີ່ໃນສັງກາດໃໝ່, ສື່ມວນຊົນ ຫວຽດນາມ ໄດ້ປັບຕົວຢ່າງວ່ອງໄວ, ປ່ຽນໃໝ່ຈິນຕະນາການ, ນຳໃຊ້ເຕັກໂນໂລຊີ, ສ້າງບາດກ້າວບຸກທະລຸໃນຮູບແບບການນຳສະເໜີຂ່າວ, ຮັກສາບົດບາດເປັນກຳລັງສ້າງຄວາມເຊື່ອໝັ້ນ ແລະ ຊຸກຍູ້ຄວາມມຸ່ງຫວັງໃນການພັດທະນາ.
ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XV ໄດ້ເປີດຊ່ອງທາງໃໝ່ໃຫ້ແກ່ສື່ມວນຊົນໃນຍຸກ ດີຈີຕອນ.