ເຂດອ່າວ ລານຮ້າ, ກາດບ່າ, ຫາຍຟ່ອງ. ພາບ: ກົງດາດ/VNP
ອ່າວ ຮ້າລອງ - ໝູ່ເກາະ ກາດບ່າ ໄດ້ຮັບຮອງເປັນ ມໍລະດົກ ໂລກທາງ ທຳມະຊາດ; ນະຄອນ ໂຮ້ຍອານ ແລະ ດ່າລາດ ໄດ້ຮັບຮອງເປັນ “ນະຄອນສ້າງສັນ” ໃນຂົງເຂດຫັດຖະກຳ - ສິລະປະ ແລະ ດົນຕີພື້ນເມືອງ; ແພດໝໍຜູ້ທີ່ຍິ່ງໃຫຍ່ ຫາຍ ເຖື້ອງ ຫຼານອົງ ເລຫືວຈາກ ໄດ້ຮັບກຽດ ແລະ ຍົກຍ້ອງ ຈາກອົງການ UNESCO ໃນໂອກາດຄົບຮອບ 300 ປີ ວັນເກີດ ຂອງ ເພິ່ນ. ນອກຈາກນັ້ນ, ຫວຽດນາມ ຍັງໄດ້ຮັບການຍົກຍ້ອງ ວ່າເປັນ “ຈຸດໝາຍປາຍທາງມໍລະດົກຊັ້ນນໍາ ຂອງ ໂລກ” ເປັນຄັ້ງທີ 4 ໃນງານມອບລາງວັນທ່ອງທ່ຽວໂລກ (World Travel Awards) ຄາດວ່າ ຂະແໜງການທ່ອງທ່ຽວ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ຫຼາຍກວ່າ 12,5 ລ້ານເທື່ອຄົນ, ລື່ນກາຍແຜນການປະມານ 5 ລ້ານເທື່ອຄົນ.
7. ຄວບຄຸມການໂຈມຕີ ຂອງ ຜູ້ກໍ່ການຮ້າຍຢູ່ ດັກລັກ ຢ່າງທັນການ:
ຕຳຫຼວດເຄື່ອນທີ່, ຕຳຫຼວດພິເສດ, ຕຳຫຼວດແຂວງ ດັກລັກ ແລະ ກອງບັນຊາການທະຫານເຂດ 5 ສົມທົບກັນຈັດຕັ້ງປະຕິບັດແຜນການຈັບຕົວຜູ້ກ່ຽວ. ພາບ: ຟານແອງຢຸງ/VNA
ການໂຈມຕີ ຂອງ ຜູ້ກໍ່ການຮ້າຍ ຕ້ານອຳນາດການປົກຄອງ ປະຊາຊົນ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງ ໄດ້ເກີດຢູ່ຕາແສງ ອີອາ ຕຽວ ແລະ ອີອາ ເຄີຕຸນ ເມືອງ ກື ຄຸອິນ, ແຂວງ ດັກລັກ ໃນຕອນເຊົ້າວັນທີ 11 ມິຖຸນາ, ສາມາດຄວບຄຸມໄດ້ພາຍໃນ 24 ຊົ່ວໂມງ. ນຳຄວາມສະຫງົບມາໃຫ້ປະ ຊາຊົນ. ເຈົ້າໜ້າທີ່ ໄດ້ດຳເນີນຄະດີ ແລະ ກັກຕົວຊົ່ວຄາວ 91 ຄົນ, ໄລ່ລ່າພິເສດ 6 ຄົນ. ຫາງສຽງມະຫາຊົນ ໄດ້ປະນາມຢ່າງຮຸນແຮງຕໍ່ການກະທຳອັນໂຫດຮ້າຍປ່າເຖື່ອນ ຂອງພວກກໍ່ການຮ້າຍ.
8. ອັກຄີໄພ “ອາພາດເມັນ ຂະໜາດນ້ອຍ” ຢູ່ ຮ່າໂນ້ຍ:
ກຳລັງກູ້ຊີບກູ້ໄພກຳລັງປະຕິບັດການເຄື່ອນໄຫວກອບກູ້ຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້ອາພາດເມັນຂະໜາດນ້ອຍຢູ່ຊອຍ 29/70 ຖະໜົນ ເຄືອງຮ້າ (ບ້ານ ເຄືອງດິ່ງ, ເມືອງ ແທງຊວນ, ຮ່າໂນ້ຍ). ພາບ: ຟ້າມກຽນ/VNA
ເກີດເຫດໄຟໄໝ້ “ອາພາດເມັນຂະໜາດນ້ອຍ” ໃນຄືນວັນທີ 12 ກັນຍາ ຢູ່ຖະໜົນ ເຄືອງຮ້າ, ຮ່າໂນ້ຍ ເຮັດໃຫ້ມີຜູ້ ເສຍຊີວິດ 56 ຄົນ ແລະ ບາດເຈັບ 37 ຄົນ. ໄພພິບັດຄັ້ງນີ້ ໄດ້ເປັນສັນ ຍານເຕືອນ ກ່ຽວກັບການຄຸ້ມຄອງ ການກໍ່ສ້າງທີ່ບໍ່ເຂັ້ມງວດໃນຕົວເມືອງ.
9. ກິລາ ຫວຽດນາມ ຢືນອັນດັບ 1 ໃນງານມະຫາກຳ SEA Games ທີ່ຈັດຂຶ້ນຢູ່ຕ່າງປະເທດເປັນຄັ້ງທຳອິດ:
ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມພິທີໄຂງານມະຫາກຳກິລາ ຊີເກມ ຄັ້ງທີ 32 (SEA Games 32). ພາບ: ມິງກວຽດ/VNA
ໃນງານມະ ຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games) ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ ປະເທດກຳປູເຈຍ, ຄະນະນັກກິລາ ຫວຽດ ນາມ ຍາດໄດ້ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງແດງ, ຍາດໄດ້ອັນດັບ 1. ນີ້ແມ່ນຄັ້ງທຳອິດທີ່ ຄະນະນັກກິລາ ຫວຽດນາມ ຍາດໄດ້ອັນດັບໜຶ່ງໃນງານມະຫາກຳກິລາ SEA Games ທີ່ຈັດຂຶ້ນຢູ່ຕ່າງປະເທດ, ພາຍຫຼັງ 2 ຄັ້ງເປັນອັນດັບ 1 ເມື່ອ ຫວຽດນາມ ເປັນເຈົ້າພາບຈັດ SEA Games ໃນປີ 2003 ແລະ 2022.
10. ຫັນເປັນຈິງ ລະບຽບການ “ດື່ມເຫຼົ້າ, ເບຍ-ບໍ່ຂັບລົດ”:
ເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງ ລ້າງເຊີນ ປັບໃໝ ກວ່າ 6.900 ກໍລະນີທີ່ເຂົ້າຮ່ວມການຈະລາຈອນຕິດເຫຼົ້າໃນລົມຫາຍໃຈ. ພາບ: ແອງຕວັນ/ VNA
ໃນ 9 ເດືອນຕົ້ນປີ, ຈຳນວນອຸບັດເຫດ ການຈະລາຈອນ ທີ່ເກີດຈາກຜູ້ຂັບຂີ່ໃຊ້ເຫຼົ້າ, ເບຍ ໄດ້ຫຼຸດລົງ 25,8% (ເຫຼືອ 222 ຄົນ), ຈຳນວນຜູ້ເສຍຊີວິດ ຫຼຸດລົງ 50% (ເຫຼືອ 99 ຄົນ) ແລະ ຈໍານວນ ຜູ້ບາດເຈັບຫຼຸດລົງ 22,6% (ເຫຼືອ 168 ຄົນ) ເມື່ອທຽບໃສ່ໄລ ຍະດຽວກັນຂອງປີກາຍ. ມາຮອດທ້າຍເດືອນ ພະ ຈິກ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ປັບໃໝ 670.623 ກໍລະນີ ຂັບຂີ່ ເມື່ອດື່ມເຫຼົ້າ, ເບຍ, ເພີ່ມຂຶ້ນ 148% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ການປະຕິບັດການກະທຳລະເມີດຢ່າງເຂັ້ມງວດໄດ້ປະກອບສ່ວນຍົກສູງສະຕິຜູ້ຂັບຂີ່ກ່ຽວກັບການຮັບປະກັນຄວາມປອດໄພຈະລາຈອນ, ສ້າງວັດທະນະທຳ “ດື່ມເຫຼົ້າ, ເບຍ-ບໍ່ຂັບລົດ” ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາ ຊົນ.