ຂ່າວສານ

05 ປະ​ເທດ ເອີ​ຣົບ ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຢູ​ແກຼນ ແລະ ເລື່ອງ​ປະ​ກອບ​ອາ​ວຸດ​ຄືນ​ໃໝ່

ບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງ ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ໂປໂລຍ ໄດ້ໂຮມປະຊຸມກຸ່ມຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາບາດກ້າວລະອຽດ ເພື່ອເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງເອີຣົບ ກໍຄື ສະໜັບສະໜູນບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກູນ
ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ປະຊຸມຢູ່ ປາຣີ (ພາບ: Reuters)

ວັນທີ 12 ມີນາ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງ ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ໂປໂລຍ ໄດ້ໂຮມປະຊຸມກຸ່ມຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາບາດກ້າວລະອຽດ ເພື່ອເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງເອີຣົບ ກໍຄື ສະໜັບສະໜູນບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກູນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມທຳອິດເພື່ອປຶກສາຫາລືກ່ຽວກັບການອຸປະຖຳໃຫ້ແກ່ປະເທດເອີຣົບຕາເວັນອອກນີ້.

ໃນກອງປະຊຸມຄັ້ງທີສອງ, ບັນດາລັດຖະມົນຕີຂອງ 05 ປະເທດໄດ້ສຸມໃສ່ປຶກສາຫາລືກ່ຽວກັບເລື່ອງສ້າງກຳລັງປ້ອງກັນຕົວຂອງເອີຣົບ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ ສະຫະພາບເອີຣົບ (EU) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO).


top