ຂ່າວສານ

​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຕ້ອນ​ຮັບ ​​ທ່ານນາງ ສີ​​ໃສ ລື​ເດ​ດ​ມູນ​ສອນ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ສ​ົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສຸມ​ໃສ່​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈ​ຳ​ນວນ​ໜຶ່ງຄື: ຮັກ​ສາ​ວຽກ​ງານ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ; ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື ເຊິ່ງ​ສອງ​ຝ່າຍ​ຫາ​ກໍ່​ລົງ​ນາມ...
  ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ​ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ນ​ະ​ຄອ​ນຫຼວງ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ ​ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ສ​ົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສຸມ​ໃສ່​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈ​ຳ​ນວນ​ໜຶ່ງຄື: ຮັກ​ສາ​ວຽກ​ງານ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ; ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື ເຊິ່ງ​ສອງ​ຝ່າຍ​ຫາ​ກໍ່​ລົງ​ນາມ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ທາງ​ດ້ານ​ວິ​ຊາ​ການ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ສ່ວນ​ທ່ານ​ນາງ ສີ​ໃສ ລື​ເດດ​ມູ​ນ​ສອນ ປາດ​ຖະ​ໜາ​ວ່າ ບັນ​ດາ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ, ພິ​ເສດ​ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະສືບ​ຕໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ສະ​ໜັບ​ສະ​ໜູນ, ຊີ້​ນຳ​ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​​ທຽບ​ເທົ່າລະ​ຫວ່າງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ກັບ​ບັນ​ດາ​ອົງ​ການ​ຄູ່​ຮ່ວມ​ມື​ຂອງ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສູງ​ສຸດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ກໍ່​ສ້າງ​ພັກ, ບຳ​ລຸງ​ສ້າງ​ພະ​ນັກ​ງານ; ຈັດ​ຕັ້ງ​ກົງ​ຈັກ​ລັດ; ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ; ການຄຸ້ມຄອງ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ; ສ້າງ ແລະ ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ; ປະ​ຕິ​ຮູບ​ການ​ບໍ​ລິ​ຫານ.


top