Festival ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 195 ປີແຫ່ງວັນສ້າງຕັ້ງແຂວງ ໄທງວຽນ (04/11/1831 - 04/11/2026). ເຫດການຈະຈັດຂຶ້ນແຕ່ວັນທີ 30 ຕຸລາ-ວັນທີ 7 ພະຈິກ.
ທ່ານນາງ ຫງວຽນທິລວານ, ຮອງປະທານຄະນະກຳມະການ ປຊຊ ແຂວງ, ຫົວໜ້າຄະນະຈັດຕັ້ງງານ Festival ຊາສາກົນ-ໄທງວຽນ 2026 (ພາບ: VNA)
ຕອນບ່າຍວັນທີ 1 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບແຂວງ ໄທງວຽນ ຈັດກອງປະຊຸມຖະແຫຼງຂ່າວປະກາດ Festival ຊາສາກົນ-ໄທງວຽນ 2026 ຊື່ງຈະຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 195 ປີແຫ່ງວັນສ້າງຕັ້ງແຂວງ ໄທງວຽນ (04/11/1831 - 04/11/2026). ເຫດການຈະຈັດຂຶ້ນແຕ່ວັນທີ 30 ຕຸລາ-ວັນທີ 7 ພະຈິກ.
Festival ຊາສາກົນ-ໄທງວຽນ 2026 ມີບັນດາການເຄື່ອນໄຫວຕົ້ນຕໍຄື: ພິທີໄຂ, ພິທີອັດ; ເວທີປາໄສຊາສາກົນ, ເຊີດຊູສິລະປະຊົມຊາທີ່ຍອດຍິ່ງ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາງ ຫງວຽນທິລວານ, ຮອງປະທານຄະນະກຳມະການ ປຊຊ ແຂວງ, ຫົວໜ້າຄະນະຈັດຕັ້ງງານ Festival ຊາສາກົນ-ໄທງວຽນ 2026 ເນັ້ນໜັກວ່າ:
Festival ເພື່ອແນໃສ່ເຊີດຊູຕົ້ນຊາ, ຜູ້ເຮັດຊາ, ບັນດານັກສິລະປະກອນ, ສະຫະກອນ ແລະ ວິສາຫະກິດຂະແໜງຊາ, ໂຄສະນາເຄື່ອງໝາຍການຄ້າຊາ ໄທງວຽນ ພ້ອມທັງແນະນຳກັບເພື່ອນມິດສາກົນກ່ຽວກັບບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວຂອງແຂວງ. ແຂວງ ໄທງວຽນ ຫວັງວ່າ Festival ຈະບໍ່ພຽງແຕ່ແມ່ນເຫດການວັດທະນະທຳເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ລະຫວ່າງມໍລະດົກ ແລະ ການພັດທະນາ, ທ່ອງຖິ່ນ ແລະ ສາກົນ, ວັດທະນະທຳຊາ ແລະ ເສດຖະກິດຊາອີກດ້ວຍ.