ຂ່າວສານ

ໝູ່​ບ້ານ​ເຮັດ​ທູບ​ຢູ່​ນະ​ຄອນ​ ເຫ້ວ

ໝູ່ບ້ານທູບ ຖຸຍຊວັນ ຕັ້ງຢູ່ຖະໜົນ ຮ່ວຽນເຈິນກົງຈົວ ຫ່າງຈາກໃຈກາງນະຄອນ ເຫ້ວ ປະມານ 7 ກມ, ຍາມໃດກໍ່ດຶງດູດໃຈຜູ້ມາຢ້ຽມຢາມຍ້ອນຄວາມງາມທີ່ມີສີສັນຫຼາກຫຼາຍ ພ້ອມດ້ວຍການປະດັບປະດາທີ່ໜ້າປະທັບໃຈຈາກບັນດາມັດທູບທີ່ຫຼາກຫຼາຍສີສັນ. ໂດຍໄດ້ຕັ້ງຢູ່ໃກ້ກັບສອງສະຖານທີ່ທີ່ມີຊື່ສຽງແມ່ນ ວັງເຈົ້າຊີວິດ ຕື້ດຶກ ແລະ ໂນນພູ ວ້ອງແກັງ, ໝູ່ບ້ານທູບ ຖຸຍຊວັນ ແມ່ນສະຖານທີ່ທີ່ແຂກທ່ອງທ່ຽວບໍ່ຄວນພາດເມື່ອມາຢ້ຽມຢາມ ເຫ້ວ.
(ພາບ: ກິມລ້ຽວ)

ໝູ່ບ້ານທູບ ຖຸຍຊວັນ ມີອາຍຸປະມານ 700 ປີ ແລະ ໄດ້ປະກົດນັບແຕ່ສະໄໝລາຊະວົງ ຫງວຽນ, ໃນເມື່ອກ່ອນ,   ໝູ່ບ້ານທູບ ຖຸຍຊວັນ ແມ່ນບ່ອນສະໜອງທູບໃຫ້ແກ່ລາຊະວັງ, ເສນາອາໝາດ ແລະ ປຊຊ ດຳລົງຊີວິດຢູ່ບັນດາເຂດ ທ້ວນຮວາ, ຝູຊວັນ ຂອງນະຄອນ ເຫ້ວ. ຜ່ານການເວລາ, ຊາວໝູ່ບ້ານທູບ ຖຸຍຊວັນ ລຸ້ນຕ່າງໆ ຍັງສືບຕໍ່ໄດ້ສືບທອດມູນເຊື້ອເຮັດທູບຂອງລຸ້ນພໍ່ແມ່ທີ່ປະໄວ້ໃຫ້ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ.

             ນັບແຕ່ຫົວບ້ານທູບ ຖຸຍຊວັນ, ແຂກທ່ອງທ່ຽວສາມາດຮູ້ສຶກໄດ້ເຖິງກິ່ນຫອມຂອງທູບຫອມໄມ້ເກດສະໜາລອຍມາ. ຄອບຄົວທ່ານ ໂຮ່ງອກທື ແມ່ນຄອບຄົວທີ່ມີຊື່ສຽງໃນໝູ່ບ້ານ ຍ້ອນວ່າໄດ້ຕິດພັນກັບບັນດາຜະລິດຕະພັນທີ່ເຮັດຈາກຕົົ້ນເກດສະໜາມາເກືອບ 40 ປີແລ້ວ. ລຸ້ນຕ່າງໆໃນຄອບຄົວທ່ານ ທື ຍັງຄົງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວໄວ້ໃນທຸກໆວັນ.

          ໃນຂັ້ນຕອນເຮັດທູບ, ກ່ອນອື່ນໝົດແມ່ນຕ້ອງມີວັດຖຸດິບ, ແລ້ວບົດເປັນແປ້ງ ແລະ ປົນກັບນ້ຳເຢັນ, ກັບຢາງຂອງຕົ້ນຢາງ ເພື່ອເຮັດເປັນທູບ. ມີຫຼາຍວິທີເຮັດຄື: ເຮັດດ້ວຍເຄື່ອງຈັກ, ດ້ວຍຕີນ ແລະ ໃຊ້ໄຟຟ້າ, ເຮັດດ້ວຍມື…  ໝູ່ບ້ານທູບ ຖຸຍຊວັນ ສ່ວນຫຼາຍເຮັດທູບໄມ້ເກດສະໜາ ແລະ ກໍ່ເຮັດທູບຊະນິດອື່ນໆຈາກຕົ້ນສົນ, ຕົ້ນອົບເຊຍ ຫຼືຕົ້ນຢາສະໝູນໄພ.

ປະຈຸບັນທູບ ຖຸຍຊວັນ ໄດ້ເຮັດດ້ວຍເຄື່ອງຈັກ ຊື່ງໄດ້ຍົກປະສິດທິຜົນການຜະລິດຂອງແຕ່ລະຄອບຄົວຂຶ້ນປະມານ 50.000 ອັນ/ວັນ, ທົບ 10 ເທົ່າເມື່ອທຽກັບການເຮັດແບບຫັດຖະກຳຄືເມື່ອກ່ອນ. ວິທີເຮັດທູບໄດ້ສືບລຸ້ນພໍ່ຕໍ່ລຸ້ນລູກ ແລະ ໄດ້ປັບປຸງຕາມລຸ້ນຕ່າງໆຢ່າງບໍ່ຢຸດຢັ້ງ ຊື່ງໄດ້ສ້າງໃຫ້ມີທູບທີ່ມີບັນດາກິ່ນຫອມທີ່ແຕກຕ່າງກັນ. ທ່ານ ບຸ່ຍວັນແທັງ, ຮາກຖານເຮັດທູບ ກຸບ ໝູ່ບ້ານທູບ ຖຸຍຊວັນ ໃຫ່ຮູ້ວ່າ:

          ຢູ່ທີ່ນີ້ໄດ້ຜະລິດທູບຈາກວັດຖຸດິບທຳມະຊາດ, ສ່ວນຫຼາຍແມ່ນຈາກຕົ້ນເກດສະໜາ. ພາຍຫຼັງໄດ້ເກັບຊື້ມາ, ນາຍຊ່າງຈະຄັດປັບ…ແລ້ວເອົາໄປຕາກແດດ, ບົດເປັນແປ້ງ. ຫຼັງຈາກບົດເປັນແປ້ງແລ້ວຈະເອົາໄປປົນກັບນ້ຳເພື່ອເຮັດເປັນຜະລິດຕະພັນທູບເຮັດຈາກຕົ້ນເກດສະໜາຈະມີກິ່ນຫອມອ່ອນໆ.

  ເອື້ອຍ ໂຕນື້ບິກລວານ ນາຍຊ່າງຂອງໝູ່ບ້ານ ໄດ້ເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າ:

  ທູບນີ້ແມ່ນເຮັດຈາກຕົ້ນອົບເຊີຍ, ສ່ວນສີບົວນີ້ແມ່ນທູບໄມ້ເກດສະໜາ, ສີອິດນີ້ແມ່ນທູບເຮັດຈາກຕົ້ນດອກຊ້ອນ. ແຕ່ລະປະເພດມີກິ່ນຫອມຕ່າງກັນ.

  ບໍ່ພຽງແຕ່ຜະລິດສິນຄ້າຢ່າງດຽວເທົ່ານັ້ນ, ປຊຊ ຢູ່ທີ່ນີ້ ຍັງພ້ອມກັບທ້ອງຖິ່ນ ພັດທະນາການທ່ອງທ່ຽວອີກດ້ວຍ. ແຂກທ່ອງທ່ຽວມາທີ່ນີ້ ຈະສາມາດລອງເຮັດທູບ, ຖ່າຍຮູບ…

  ໝູ່ບ້ານແຫ່ງນີ້ມີຈຸດພິເສດສະເພາະທີ່ສຸດ. ຂ້າພະເຈົ້າໄດ້ມາໝູ່ບ້ານທູບເປັນຄັ້ງທຳອິດ. ເຫັນວ່າ ປຊຊ ຢູ່ທີ່ນີ້ມີຄວາມສະໜິດສະໜົມ, ຮັກແພງແຂກຄົນ, ທິວທັດກໍ່ສວຍງາມ.

ມາຢ້ຽມຢາມໝູ່ບ້ານເຮັດທູບ ໄດ້ຮັບການແນະນຳກ່ຽວກັບອາຊີບເຮັດທູບ, ຖ່າຍບັນດາຮູບພາບທີ່ມີຊີວິດຊີວາ, ສວຍງາມ ແລະ ຮູ້ສຶກວ່າ ຜູ້ເຮັດທູບຢູ່ທີ່ນີ້ມີຄວາມສະໜິດສະໜົມກັບແຂກທີ່ສຸດ. ຂ້າພະເຈົ້າກໍ່ແມ່ນຊາວ ເຫ້ວ, ຮູ້ສຶກວ່າ ມີຄວາມເອກອ້າງທະນົງໃຈທີ່ສຸດ.

  ໝູ່ບ້ານເຮັດທູບ ຖຸຍຊວັນ ແມ່ນແຫ່ງຮັກສາສິ່ງຍອດຍິ່ງຂອງອາຊີບທີ່ເປັນມູນເຊື້ອ, ພ້ອມກັນນັ້ນ ກໍ່ແມ່ນຈຸດນັດພົບທີ່ເຂັ້ມຂຸ້ນໄປດ້ວຍເຄື່ອງໝາຍພິເສດສະເພາະຂອງເຂດ ເຫ້ວ. ດ້ວຍສະຖານທີ່ທີ່ມີສີສັນຫຼາກຫຼາຍ ພ້ອມກັບບັນດາການລົງຕົວຈິງທີ່ໜ້າປະທັບໃຈ, ນີ້ຈະແມ່ນຈຸດນັດພົບທີ່ບໍ່ສາມາດລືມໄດ້ຂອງແຂກທ່ອງທ່ຽວ ໃນການມາຢ້ຽມຢາມເຂດກຸງເກົ່າ ເຫ້ວ./.


top