ຂ່າວສານ

ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຂໍຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ ລັດ​ຖະ​ທຳ​ມະ​ນຸນ ປີ 2013

ການໝູນໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຂໍຄຳເຫັນຂອງປະຊາຊົນ ບໍ່ພຽງແຕ່ເປັນການຍົກສູງລັກສະນະໂປ່ງໃສ, ປະຊາທິປະໄຕເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ສັງລວມ, ຮັບເອົາ ແລະ ອະພິປາຍຄຳເຫັນຂອງຜູ້ມີສິດເລືອກຕັ້ງໄດ້ຢ່າງທັນການ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການທີ່ໄດ້ວາງອອກໃນວິວັດທະນາການປັບປຸງລັດຖະທຳມະນຸນປີ 2013.
ບັນຍາກາດກອງປະຊຸມ (ພາບ: quochoi.vn)
ນັບແຕ່ວັນທີ 06 ພຶດສະພາ, ຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນຸນປີ 2013 ແລະ ບັນດາເອກະສານທີ່ຄັດຕິດພ້ອມ ຈະໄດ້ເອົາລົງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງ ລັດຖະບານ, ຖານຂໍ້ມູນເອເລັກໂຕນິກຂອງສະພາແຫ່ງຊາດ, ບັນດາອົງການສື່ມວນຊົນ, ເຊັ່ນ: ໂທລະພາບ ຫວຽດນາມ (VTV), ວິທະຍຸກະຈາຍສຽງ ຫວຽດນາມ (VOV), ສຳນັກຂ່າວສານ ຫວຽດນາມ ແລະ ປະຕູຖານຂໍ້ມູນເອເລັກໂຕນິກຂອງ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ. ສິ່ງດັ່ງກ່າວ ເພື່ອແນໃສ່ຮັບປະກັນການເຂົ້າຮ່ວມຢ່າງກວ້າງຂວາງ, ປະຊາທິປະໄຕ ແລະ ຮອບດ້ານຂອງປະຊາຊົນໃນວິວັດການສ້າງກົດໝາຍອັນສຳຄັນນີ້. ຄາດວ່າ ການຂໍຄຳເຫັນຂອງປະຊາຊົນ, ບັນດາຂະແໜງການ, ທຸກຂັ້ນ ກ່ຽວກັບຮ່າງມະຕິສະບັບດັ່ງກ່າວ ຈະສຳເລັດໃນວັນທີ 05 ມິຖຸນາ. ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການໝູນໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຂໍຄຳເຫັນຂອງປະຊາຊົນ ບໍ່ພຽງແຕ່ເປັນການຍົກສູງລັກສະນະໂປ່ງໃສ, ປະຊາທິປະໄຕເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ສັງລວມ, ຮັບເອົາ ແລະ ອະພິປາຍຄຳເຫັນຂອງຜູ້ມີສິດເລືອກຕັ້ງໄດ້ຢ່າງທັນການ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການທີ່ໄດ້ວາງອອກໃນວິວັດທະນາການປັບປຸງລັດຖະທຳມະນຸນປີ 2013.

top