ບົດຂຽນໄດ້ເຕື້ອງເຖິງສະພາບແຜ່ລະບາດຢູ່ ຣຸມານີ ໃນໄລຍະຜ່ານມາ, ວິທີປ້ອງກັນໂລກລະບາດ.
(ໜັງສືພິມ Libertatea.ro)
ຕໍ່ໜ້າສະພາບການໂລກພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ເອີລົບ, ໃນຂະນະທີ່ມີຜູ້ອອກແຮງານຊາວ ຫວຽດນາມ ນັບເປັນພັນໆຄົນທີ່ພວມເຮັດວຽກຢູ່ ຣຸມານີ ແລະ ສ່ວນຫຼາຍແມ່ນບໍ່ຮູ້ພາສາ ຣຸມານີ, ໜັງສືພິມ Libertatea.ro (ເສລີ) ຂອງ ຣຸມານີ ໄດ້ລົງບົດຂຽນດ້ວຍພາສາຫວຽດ ເພື່ອອັບເດດ ສະພາບການຂອງໂລກລະບາດ ແລະ ສະໜອງຂໍ້ມູນຂ່າວທີ່ຈຳເປັນໃຫ້ຜູ້ອອກແຮງງານຊາວ ຫວຽດນາມ ຢູ່ປະເທດເອີລົບກາງນີ້.
ດ້ວຍຫົວຂໍ້ວ່າ “ເຮັດແນວໃດເພື່ອໃຫ້ຜູ້ອອກແຮງງານ ຫວຽດນາມ ປົກປ້ອງຕົນເອງຕໍ່ໜ້າໂລກພະຍາດໂຄວິດ-19”, ບົດຂຽນໄດ້ເຕື້ອງເຖິງສະພາບແຜ່ລະບາດຢູ່ ຣຸມານີ ໃນໄລຍະຜ່ານມາ, ວິທີປ້ອງກັນໂລກລະບາດ. ຄຽງຂ້າງນັ້ນ, ກໍ່ຍັງມີໂທລະສັບສາຍດ່ວນໜູນຊ່ວຍໃນກໍລະນີຈຳເປັນ. ບົດຂຽນກໍ່ໃສ່ໃຈວ່າ ບັນດາຜູ້ຕິດໂລກລະບາດຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ເຖິງວ່າມີບັດປະກັນສຸຂະພາບຫຼືບໍ່ກໍ່ຕາມ.
(ແຫຼ່ງຄັດຈາກ VOV)