ຂ່າວສານ ໜັງສືພິມເຢຍລະມັນຍ້ອງຍໍຊົມເຊີຍຍຸດທະສາດປ້ອງກັນ, ສະກັດກັ້ນໂລກລະບາດCovid– 19 ຢ່າງມີປະສິດທິຜົນຂອງຫວຽດນາມ 03/04/2020 ໜັງສືພິມFrankfurter AllgemeineZeitung (FAZ) ຂອງເຢຍລະມັນສະບັບອອກວັນທີ 2 ເມສາໄດ້ມີບົດຂຽນກ່ຽວກັບຍຸດທະສາດປ້ອງກັນ, ສະກັດກັ້ນໄວຣັດ SARS –CoV– 2 ຢ່າງມີປະສິດທິຜົນຂອງຫວຽດນາມ. ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດຄື: ການແຍກຕົວແລະປິ່ນປົວຈົນຫາຍດີເປັນປົກກະຕິໃຫ້ແກ່ຄົນເຈັບ 16 ຄົນ, ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ - ອັດດັງ…ແລະຫຼ້າສຸດແມ່ນເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ແຍກຕົວທົ່ວສັງຄົມເປັນເວລາ 15 ວັນ. ບົດຂຽນໄດ້ຊີ້ແຈ້ງວ່າໜຶ່ງໃນບັນດາເຫດຜົນທີ່ມີຄວາມສຳເລັດຈົນມາຮອດປັດຈຸບັນຂອງຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດແມ່ນການລະດົມກຳລັງແຮງຂອງປະຊາຊົນຜ່ານບັນດາບັ້ນຮົບມະຫາຊົນ, ຜ່ານຂໍ້ຄວາມແລະການໂຄສະນາເຜີຍແຜ່…ນອກຈາກນັ້ນ, ກົດໝາຍຫວຽດນາມກໍ່ອະນຸຍາດໃຫ້ລະດົມກຳລັງພະນັກງານການແພດແລະກອງທັບເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງວ່ອງໄວ. ບັນດາແພດໝໍແລະພະຍາບານໄດ້ສຸດອົກສຸດໃຈກັບວຽກງານ, ໃນຂະນະນັ້ນບັນດາອ້າຍນ້ອງທະຫານກໍ່ໄດ້ສະຫຼະບ່ອນທີ່ຕົນເອງດຳລົງຊີວິດ ເພື່ອເປັນບ່ອນແຍກຕົວ. (ແຫຼ່ງຄັດຈາກ VOV)

ໜັງສືພິມFrankfurter AllgemeineZeitung (FAZ) ຂອງເຢຍລະມັນສະບັບອອກວັນທີ 2 ເມສາໄດ້ມີບົດຂຽນກ່ຽວກັບຍຸດທະສາດປ້ອງກັນ, ສະກັດກັ້ນໄວຣັດ SARS –CoV– 2 ຢ່າງມີປະສິດທິຜົນຂອງຫວຽດນາມ. ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດຄື: ການແຍກຕົວແລະປິ່ນປົວຈົນຫາຍດີເປັນປົກກະຕິໃຫ້ແກ່ຄົນເຈັບ 16 ຄົນ, ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ - ອັດດັງ…ແລະຫຼ້າສຸດແມ່ນເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ແຍກຕົວທົ່ວສັງຄົມເປັນເວລາ 15 ວັນ. ບົດຂຽນໄດ້ຊີ້ແຈ້ງວ່າໜຶ່ງໃນບັນດາເຫດຜົນທີ່ມີຄວາມສຳເລັດຈົນມາຮອດປັດຈຸບັນຂອງຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດແມ່ນການລະດົມກຳລັງແຮງຂອງປະຊາຊົນຜ່ານບັນດາບັ້ນຮົບມະຫາຊົນ, ຜ່ານຂໍ້ຄວາມແລະການໂຄສະນາເຜີຍແຜ່…ນອກຈາກນັ້ນ, ກົດໝາຍຫວຽດນາມກໍ່ອະນຸຍາດໃຫ້ລະດົມກຳລັງພະນັກງານການແພດແລະກອງທັບເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງວ່ອງໄວ. ບັນດາແພດໝໍແລະພະຍາບານໄດ້ສຸດອົກສຸດໃຈກັບວຽກງານ, ໃນຂະນະນັ້ນບັນດາອ້າຍນ້ອງທະຫານກໍ່ໄດ້ສະຫຼະບ່ອນທີ່ຕົນເອງດຳລົງຊີວິດ ເພື່ອເປັນບ່ອນແຍກຕົວ. (ແຫຼ່ງຄັດຈາກ VOV)