ຂ່າວສານ ໄວລັດ Hanta: ຍົກຍ້າຍຄົນສຸດທ້າຍ ອອກຈາກກຳປັ່ນ MV Hondius ໄປຍັງ ໂຮນລັງ 12/05/2026 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ພາບປະກອບ: REUTERS/Piroschka van de Wouw ວັນທີ 11 ພຶດສະພາ, ວົງການເຈົ້າໜ້າທີ່ ແອັດສະປາຍ ໃຫ້ຮູ້ວ່າ 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກ ຝລັ່ງ ໃຫ້ຮູ້ວ່າ 1 ໃນຈຳນວນຊາວຝລັ່ງ 5 ຄົນທີ່ກັບເມືອປະເທດນັ້ນ ມີຜົນກວດວ່າຕິດເຊື້ອໄວລັດ Hanta ແລະ ສຸຂະພາບຂອງຜູ້ນີ້ໄດ້ຊຸດໂຊມລົງໃນຕອນຄ່ຳວັນທີ 10 ພຶດສະພາ. ໃນຂະນະນັ້ນ, 2 ກໍລະນີແມ່ນຄົນເຈບຊາວອາເມລິກາ ກໍ່ໄດ້ສົ່ງໄປຍັງບ່ອນປິ່ນປົວພະຍາດພິເສດ ພາຍຫຼັງເຮືອບິນຍົກຍ້າຍລົງຈອດຢູ່ລັດ Nebraska ເມື່ອຮຸ່ງເຊົ້າວັນທີ 11 ພຶດສະພາ ຕາມເວລາທ້ອງຖິ່ນ. ໃນບົດຂຽນທີ່ລົງໃນສື່ສັງຄົມ Xວັນທີ 11 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຕີລາຄາຄວາມສ່ຽງຕໍ່ມວນຊົນ ຍ້ອນໂລກພະຍາດ ໄວຣັດ Hanta ຍັງຢູ່ລະດັບຕ່ຳ, ແຕ່ຕາມທ່ານແລ້ວ, ສິ່ງສຳຄັນແມ່ນຄວາມມານະພະຍາຍາມຂອງການແພດສາກົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ທຸກຄົນ, ລວມມີຜູ້ໂດຍສານ ແລະ ລູກເຮືອຂອງກຳປັ່ນ MV Hondius

22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ພາບປະກອບ: REUTERS/Piroschka van de Wouw ວັນທີ 11 ພຶດສະພາ, ວົງການເຈົ້າໜ້າທີ່ ແອັດສະປາຍ ໃຫ້ຮູ້ວ່າ 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກ ຝລັ່ງ ໃຫ້ຮູ້ວ່າ 1 ໃນຈຳນວນຊາວຝລັ່ງ 5 ຄົນທີ່ກັບເມືອປະເທດນັ້ນ ມີຜົນກວດວ່າຕິດເຊື້ອໄວລັດ Hanta ແລະ ສຸຂະພາບຂອງຜູ້ນີ້ໄດ້ຊຸດໂຊມລົງໃນຕອນຄ່ຳວັນທີ 10 ພຶດສະພາ. ໃນຂະນະນັ້ນ, 2 ກໍລະນີແມ່ນຄົນເຈບຊາວອາເມລິກາ ກໍ່ໄດ້ສົ່ງໄປຍັງບ່ອນປິ່ນປົວພະຍາດພິເສດ ພາຍຫຼັງເຮືອບິນຍົກຍ້າຍລົງຈອດຢູ່ລັດ Nebraska ເມື່ອຮຸ່ງເຊົ້າວັນທີ 11 ພຶດສະພາ ຕາມເວລາທ້ອງຖິ່ນ. ໃນບົດຂຽນທີ່ລົງໃນສື່ສັງຄົມ Xວັນທີ 11 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຕີລາຄາຄວາມສ່ຽງຕໍ່ມວນຊົນ ຍ້ອນໂລກພະຍາດ ໄວຣັດ Hanta ຍັງຢູ່ລະດັບຕ່ຳ, ແຕ່ຕາມທ່ານແລ້ວ, ສິ່ງສຳຄັນແມ່ນຄວາມມານະພະຍາຍາມຂອງການແພດສາກົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ທຸກຄົນ, ລວມມີຜູ້ໂດຍສານ ແລະ ລູກເຮືອຂອງກຳປັ່ນ MV Hondius