ຂ່າວສານ

ໄທ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງ ອາຊຽນ

ເວທີປາໄສອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ “ການກໍ່ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຮ່າໂນ້ຍ ຕາມຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ຄຳໝັ້ນສັນຍາ, ຄວາມຕັດສິນໃຈ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຄວາມມານະພະຍາຍາມລວມໃນການສ້າງປະຊາຄົມ ອາຊຽນ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ມີບົດສຳພາດທ່ານ ວິຊາວັດ ອິດສະຫຼະພັກດີ, ຫົວໜ້າຄະນະຜູ້ແທນ ໄທ, ອະດີດຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ໄທ, ປະຈຸບັນ ແມ່ນທີ່ປຶກສາກະຊວງການຕ່າງປະເທດ ໄທ ກ່ຽວກັບບົດບາດຂອງ ຫວຽດນາມ ກໍ່ຄື ໄທ ຢູ່ເວທີປາໄສຄັ້ງນີ້.
ເວທີປາໄສອະນາຄົດ ອາຊຽນ 2024

ຕາມຄຳແບ່ງປັນຂອງທ່ານ ວິຊາວັດ ອິດສະຫຼະພັກດີ, ຄະນະຜູ້ແທນ ໄທ ເຂົ້າຮ່ວມເວທີປາໄສຄັ້ງນີ້ ແມ່ນການສະແດງການສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາລວມ ແລະ ຍືນຍົງຂອງ ອາຊຽນ:

ທ່ານ ວິຊາວັດ ອິດສະຫຼະພັກດີ, ໄດ້ຕີລາຄາສູງຂໍ້ລິເລີ່ມໃນການເລືອກເຟັ້ນຫົວຂໍ້ “ສ້າງປະຊາຄົມອາຊຽນພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ເຊິ່ງພວມໄດ້ຮັບຄວາມສົນໃຈໃນປະຈຸບັນ, ໃນສະພາບການທີ່ໂລກຕ້ອງປະເຊີນໜ້າກັບຫຼາຍສິ່ງທ້າທາຍ, ໃນນັ້ນມີທັງບັນດາປະເທດ ອາຊຽນ. ຫວຽດນາມ ໄດ້ສະແດງບົດບາດພາທາງ, ນຳໜ້າ ເມື່ອເລືອກເອົາຫົວຂໍ້ທີ່ພວມໄດ້ຮັບຄວາມສົນໃຈໃນປະຈຸບັນ:

ເພື່ອຊອກຫາທິດທາງການພັດທະນາບັນດາສິ່ງທ້າທາຍທີ່ພວມວາງອອກໃຫ້ ອາຊຽນ ໃນການຮັກສາບົດບາດເປັນໃຈກາງ, ປັບຕົວໃຫ້ເໝາະກັບບັນດາການປ່ຽນແປງຂອງພາກພື້ນ ແລະ ໂລກ? ເຮັດແນວໃດເພື່ອໃຫ້ ອາຊຽນ ສາມາດປັບຕົວໄດ້, ສ້າງຄວາມສົມດຸນ ແລະ ກົມກຽວໃນບັນດາຄວາມສົນໃຈຂອງບັນດາສະມາຊິກກໍ່ຄືລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື? ເຮັດແນວໃດເພື່ອມີຄວາມສົນດຸນລະຫວ່າງວິວັດການປ່ຽນແປງໃໝ່, ພັດທະນາ ແລະ ການອະນຸລັກຮັກສາບັນດາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ? ເຮັດແນວໃດເພື່ອໃຫ້ ອາຊຽນ ທັງພັດທະນາໄວ, ສ້າງຄວາມວັດທະນາຖາວອນ ນັບມື້ນັບໃຫຍ່ ແລະ ທັງຮັບປະກັນໄດ້ລັກສະນະຍືນຍົງຂອງການພັດທະນາ, ປະຊາຊົນຢູ່ໃຈກາງໃນວິວັດການນັ້ນ? ຕາມທ່ານ ວິຊາວັດ ອິດສະຫຼະພັກດີ ແລ້ວ, ເພື່ອຕອບໄດ້ຄຳຖາມນັ້ນ, ກ່ອນອື່ນໝົດ, ອາຊຽນ ຕ້ອງມີຄວາມສະຖຽນລະພາບ ແລະ ຫຼັງຈາກນັ້ນ ແມ່ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ:

ເມື່ອແບ່ງປັນກ່ຽວກັບບັນດາຂໍ້ລິເລີ່ມ, ການປະກອບສ່ວນລະອຽດຂອງ ຄະນະຜູ້ແທນ ໄທ ທີ່ເວທີປາໄສອະນາຄົດ ອາຊຽນ 2024, ທ່ານ ວິຊາວັດ ອິດສະຫຼະພັກດີ, ສະເໜີໃຫ້ ອາຊຽນ ຕ້ອງສ້າງພື້ນຖານຫຼັກແຫຼ່ງ, ຍືນຍົງ ນັບແຕ່ເວລານີ້:

ນອກຈາກນັ້ນແລ້ວ, ທ່ານ ວິຊາວັດ ອິດສະຫຼະພັກດີ, ກໍ່ເນັ້ນໜັກເຖິງການຊຸກຍູ້ຄວາມໝັ້ນຄົງຮອບດ້ານໃນສະພາບການທີ່ມີສິ່ງທ້າທາຍດ້ານຄວາມໝັ້ນຄົງທົ່ວໂລກ. ນັ້ນແມ່ນການຮ່ວມມືຫຼາຍຝ່າຍ. ນີ້ແມ່ນສິ່ງສຳຄັນເພື່ອຮັບປະກັນບົດບາດຂອງ ອາຊຽນ. ທ່ານ ວິຊາວັດ ອິດສະຫຼະພັກດີ, ເນັ້ນໜັກວ່າ: ໄທ ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາລວມຂອງ ອາຊຽນ./.


top