ຂ່າວສານ

ໄທນຳໃຊ້ມາດຕະການຢ່າງແຮງຢູ່ “ເຂດແດງ”

      ມາດຕະການເພີ່ມທະວີການຄວບຄຸມ ຈະໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ໃນວັນທີ 4 ມັງກອນ, ເຊິ່ງຈະໄດ້ແບ່ງເປັນ 2 ກຸ່ມ. 

ປະຊາຊົນໄທຖ້າກວດຫາເຊື້ອໄວຣັດ (ພາບ: TTXVN)
      ສູນຄວບຄຸມສະພາບການໂລກລະບາດໂຄວິດ - 19 ຂອງລັດຖະບານ ໄທ (CCSA) ໄດ້ປະກາດມາດຕະການຄວບຄຸມຢູ່ 28 ແຂວງ “ເຂດແດງ”ຢ່າງເຂັ້ມງວດ, ຄາດວ່າຈະມີຜົນສັກສິດນັບແຕ່ວັນທີ 4 ມັງກອນ ໄປຈົນຮອດວັນທີ 1 ກຸມພາ, ໃນສະພາບການທີ່ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສືບຕໍ່ເພີ່ມຂຶ້ນ
            ມາດຕະການເພີ່ມທະວີການຄວບຄຸມ ຈະໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ໃນວັນທີ 4 ມັງກອນ, ເຊິ່ງຈະໄດ້ແບ່ງເປັນ 2 ກຸ່ມ. ກຸ່ມທີ 1 ກຳນົດເວລາເຄື່ອນໄຫວຂອງການດຳເນີນທຸລະກິດຮູບແບບຕ່າງໆ, ຄົ້ນຫາ ແລະ ຈັບຄົນທີ່ເຕົ້າໂຮມກັນຜິດກົດໝາຍ, ບໍ່ສົ່ງເສີມການເດີນທາງໄປມາລະຫວ່າງບັນດາທ້ອງຖິ່ນ…
            ຖ້າຫາກວ່າ ກຸ່ມມາດຕະການທີໜຶ່ງມີ ປະສິດທິຜົນ, ກຸ່ມມາດຕະການທີ 2 ຈະໄດ້ນຳໃຊ້. ກຸ່ມມາດຕະການນີ້ອາດຈະລວມມີການນຳໃຊ້ມາດຕະການປະກາດສະພາວະສຸກເສີນ (Curfew) , ພ້ອມທັງຮູບແບບດຳເນີນທຸລະກິດຈຳນວນໜຶ່ງ ຕ້ອງບັງຄັບໃຫ້ປິດປະຕູ ແລະ ຫ້າມເຕົ້າໂຮມກັນຫຼາຍຄົນ.
 (ແຫຼ່ງຄັດຈາກ VOV)


top