ຂ່າວສານ

ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ 2025: ການ​ຫັນ​ເປັນ​ສີ​ຂຽວ​ແມ່ນ​ຄຳ​ສັ່ງ

ຕອນເຊົ້າວັນທີ 26 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະໄຂ ແລະ ວາລະຄົບຄະນະເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ພາຍໃຕ້ຫົວຂໍ້ “ຫັນເປັນສີຂຽວໃນສັງກາດດີຈີຕອນ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວປາໄສໄຂເວທີປາໄສ

ເມື່ອກ່າວຄຳເຫັນຢູ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທັດສະນະສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງ ຫວຽດນາມ ໃນວິວັດທະນາການ “ຫັນເປັນສີຂຽວໃນສັງກາດດີຈີຕອນ” ນັ້ນແມ່ນ ໃນທຸກການພັດທະນາຕ້ອງຖືມະນຸດ, ປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ກຳລັງໜູນ ແລະ ແຫຼ່ງກຳລັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

        “ເນື້ອໃນສຳຄັນຂອງເວທີປາໄສຄັ້ງນີ້ແມ່ນການເຕົ້າໂຮມຂອງພູມປັນຍາ, ວິໄສທັດຂອງການກະທຳ ແຕ່ກໍ່ແຜ່ກະຈາຍຜົນປະໂຫຍດ ແລະ ສ້າງກຳລັງໜູນໃຫ້ແກ່ປະຊາຊົນທຸກຄົນ, ພ້ອມກັບ ຫວຽດນາມ, ພ້ອມກັບປະຊາຄົມສາກົນ ເພື່ອຜ່ານຜ່າສິ່ງທະທາຍ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ; ສ້າງສະພາບແວດລ້ອມແບບຍືນຍົງ, ກວມລວມ ແລະ ວັດທະນະທຳມະນຸດໃຫ້ແກ່ທຸກປະເທດໃນໂລກ, ທຸກຄູ່ຮ່ວມມື, ທຸກວິສາຫະກິດ ແລະ ໃຫ້ພວກເຮົາທຸກຄົນ”.



top