ດ້ວຍ 12 ກອງປະຊຸມ, ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ແມ່ນຈຸດພົ້ນເດັ່ນປະທັບໃຈໃນບັນດາເຫດການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ.
ທ່ານ ເລກວັກມິງ, ຮອງຫົວໜ້າຄະນະໂຄສະນາເຜີຍແຜ່ ແລະ ຂົນຂວາຍປະຊາຊົນສູນກາງ (ພາບ: Minh Quyết/TTXVN)
ຕອນບ່າຍວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ສືບຕໍ່ຈັດເວລາປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ລວມມີ 12 ວາລະປຶກສາຫາລື, ດ້ວຍຫຼາຍເນື້ອໃນທີ່ແທດຈິງ, ຕິດກັບບັນດາຄວາມສົນໃຈແຖວໜ້າຂອງສື່ມວນຊົນ ຫວຽດນາມ.
ດ້ວຍ 12 ກອງປະຊຸມ, ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ແມ່ນຈຸດພົ້ນເດັ່ນປະທັບໃຈໃນບັນດາເຫດການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ. ມີຜູ້ແທນປະມານ 1000 ຄົນແມ່ນການນຳບັນດາອົງການສື່ມວນຊົນ, ນັກຂ່າວທີ່ມີຊື່ສຽງ, ນັກຊ່ຽວຊານສື່ມວນຊົນ, ບັນດານັກປະຖະກະຖາ ເຂົ້າຮ່ວມວາລະໄຂ, ວາລະອັດກອງປະຊຸມຄົບຄະນະ ແລະ 10 ວາລະປຶກສາຫາລືລົງເລິກ, ກ່ຽວກັບບັນດາເນື້ອໃນຕິດພັນກັບຄວາມສົນໃຈແຖວໜ້າຂອງບັນດາກອງບັນນາທິການໃນປັດຈຸບັນ, ຈາກນັ້ນສະເໜີບັນດາມາດຕະການເພື່ອໃຫ້ໜັງສືພິມ ຫວຽດນາມ ພັດທະນາສົມກັບພື້ນຖານສື່ມວນຊົນເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝໃນສັງກາດບືນຕົວຂຶ້ນຂອງຊາດ. ທ່ານ ເລກວັກມິງ, ຮອງຫົວໜ້າຄະນະໂຄສະນາເຜີຍແຜ່ ແລະ ຂົນຂວາຍປະຊາຊົນສູນກາງ, ເສນາທິການໃຫຍ່ ໜັງສືພິມ ເຍິນເຢິນ, ປະທານສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:
ບັນດາອົງການສື່ມວນຊົນຕ້ອງຂຸດຄົ້ນທ່າແຮງຫຼັກແຫຼ່ງຂອງຕົນ ນັ້ນແມ່ນຄວາມສາມາດດ້ານວິຊາການ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ມີລັກສະນະສິດອຳນາດ. ດັ່ງນັ້ນ ພວກເຮົາເຈິ່ງຊ່ວຍຜູ້ອ່ານຮູ້ແຫຼ່ງຂ່າວຖືກຕ້ອງຊັດເຈນ ທ່າມກາງບັນດາແຫຼ່ງຂ່າວທີ່ຫຼາກຫຼາຍໃນປັດຈຸບັນ. ກ່ຽວກັບການຫັນເປັນດີຈີຕອນ ແລະ ໝູນໃຊ້ປັນຍາປະດິດ ບັນດາອົງການສື່ມວນຊົນຕ້ອງຕີລາຄາສະພາບການໃນປັດຈຸບັນ, ກຳນົດເປົ້າໝາຍລະອຽດ, ສ້າງຖານຂໍ້ມູນຜູ້ອ່ານ, ບັນດາລະບົບຄຸ້ມຄອງ ແລະ ສະສົມບັນດາພື້ນຖານຄຸ້ມຄອງ.