ຂ່າວສານ

ໄຂ​ສູນ​ຂໍ້​ມູນ​ແຫ່ງ​ຊາດ

“ສູນຂໍ້ມູນແຫ່ງຊາດເລກ 1 ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ, ພວກເຮົາຕ້ອງມຸ່ງໄປເຖິງເປົ້າໝາຍພັດທະນາເຄືອຂ່າຍເຊື່ອມຕໍ່ບັນດາລະບົບສູນຂໍ້ມູນອື່ນ ແລະ ເຊື່ອມໂຍງເຂົ້າກັບຂໍ້ມູນທົ່ວໂລກຢ່າງມີປະສິດທິຜົນ, ກ່ອນອື່ນໝົ້ດແມ່ນສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ໄຂ​ສູນ​ຂໍ້​ມູນ​ແຫ່ງ​ຊາດ

ຕອນບ່າຍວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດພິທີເປີດນຳໃຊ້ສູນຂໍ້ມູນແຫ່ງຊາດເລກ 1 ແລະ ປະກາດການເຄື່ອນໄຫວລະບົບຖານຂໍ້ມູນຂອງສູນຂໍ້ມູນແຫ່ງຊາດຢ່າງເປັນທາງການ. ສູນຂໍ້ມູນແຫ່ງຊາດໄດ້ຮັບຖືວ່າແມ່ນຫົວໃຈຂອງການຫັນເປັນດີຈີຕອນ, ສະໜອງຂອງສັງກາດບຸກບືນ, ວັດທະນາຖາວອນ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ກົດປຸ້ນ, ເປີດນຳໃຊ້ສູນຂໍ້ມູນແຫ່ງຊາດເລກ 1 ແລະ ປະກາດເຄື່ອນໄຫວລະບົບຖານຂໍ້ມູນຂອງສູນຂໍ້ມູນແຫ່ງຊາດຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

“ສູນຂໍ້ມູນແຫ່ງຊາດເລກ 1 ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ, ພວກເຮົາຕ້ອງມຸ່ງໄປເຖິງເປົ້າໝາຍພັດທະນາເຄືອຂ່າຍເຊື່ອມຕໍ່ບັນດາລະບົບສູນຂໍ້ມູນອື່ນ ແລະ ເຊື່ອມໂຍງເຂົ້າກັບຂໍ້ມູນທົ່ວໂລກຢ່າງມີປະສິດທິຜົນ, ກ່ອນອື່ນໝົ້ດແມ່ນສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສູນຂໍ້ມູນແຫ່ງຊາດຕ້ອງແມ່ນຫົວໃຈຂອງການຫັນເປັນດີຈີຕອນ, ນຳໜ້າໃນການເຊື່ອມຕໍ່, ແບ່ງປັນ ແລະ ເປີດຂໍ້ມູນ, ສ້າງລະບົບນິເວດທາງດ້ານຂໍ້ມູນຢ່າງປອດໄພ. ຂໍ້ມູນແມ່ນຊັບພະຍາກອນຍຸດທະສາດກຳລັງໜູນໃຫ້ແກ່ການນະວັດຕະກຳ, ຂໍ້ມູນແມ່ນແຫຼ່ງຊັບພະຍາກອນແຫ່ງຊາດໃໝ່, ມີບົດບາດຫຼັກແຫຼ່ງໃນການວາງແຜນກຳນົດນະໂຍບາຍພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ດ້ວຍຈິດໃຈ ລະບົບເປັນເອກະພາບ, ຂໍ້ມູນໜຶ່ງດຽວ, ການບໍລິການຢ່າງຕໍ່ເນື່ອງ.”


top