ຂ່າວສານ

ໄຂ​ງານ​ປະ​ກວດ​ນາງ​ງາມ Miss World ຄັ້ງ​ທີ 73 ຢູ່​ກ​ວ໋າງ​ນິງ: ເຊີດ​ຊູ​ຄວາມ​ງາມ​ມໍ​ລະ​ດົກ ແລະ ເຊື່ອມ​ຕໍ່​ສາ​ກົນ​

ເນື້ອ​ໃນ​ຂອງ​ພິ​ທີ​ໄຂ​ໄດ້​ດຳ​ເນີນ​ຢ່າ​ງ​ປະ​ທັບ​ໃຈ, ເປີດ​ສາກ​ແມ່ນ​ລາຍ​ການ​ສະ​ແດງ "Hello Vietnam" ແລະ ການ​ແຫ່​ຂະ​ບວນ, ສະ​ແດງ​ຊຸດ​ເສື້ອ​ຍາວ “ສິ່ງຢອດ​ຢ້ຽມ​ແພ​ໄໝ ຫວຽດ​ນາມ” ຂອງ ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ 111 ຄົນ.
  ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ​ຂອງ​ປະ​ເທດ ຫວຽດ​ນາມ ໃນ​ລາຍ​ການ​ສະ​ແດງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ (ພາບ: VNA)  
ຕອນ​ຄ່ຳ​ວັນ​ທີ 12 ສິງ​ຫາ, ຢູ່​ສະ​ໜາມຫຼວງ​ທະ​ເລ Halong Marina (ຕາ​ແສງ​ບ້າຍ​ໄຈ), ແຂວງກ​ວ໋າງ​ນິງ​ໄດ້ ​ສົມ​ທົບ​ກັບ​ອົງ​ກາ​ນ​ຈັດ​ຕັ້ງ Miss World ແລະ ຄະ​ນະ​ຈັດ​ຕັ້ງ​ໄດ້​ຈັດ​ງານ​ປະ​ກວດ​ຈັດພິ​ທີ​ໄຂ “Welcome Miss World to ກ​ວ໋າງ​ນິງ - ຫ​ວຽດ​ນາມ”, ເລີ່ມ​ຕົ້ນ​ງານ​ປະ​ກວດ​ນາງ​ງາມ Miss World ຄັ້ງ​ທີ 73 ປີ 2026 ຢ່າງ​ເປັນ​ທາງ​ການ. ເຫດ​ການ​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ ​ຜູ້​ແທນ, ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວກວ່າ 10.000ຄົນ. ເນື້ອ​ໃນ​ຂອງ​ພິ​ທີ​ໄຂ​ໄດ້​ດຳ​ເນີນ​ຢ່າ​ງ​ປະ​ທັບ​ໃຈ, ເປີດ​ສາກ​ແມ່ນ​ລາຍ​ການ​ສະ​ແດງ "Hello Vietnam" ແລະ ການ​ແຫ່​ຂະ​ບວນ, ສະ​ແດງ​ຊຸດ​ເສື້ອ​ຍາວ “ສິ່ງຢອດ​ຢ້ຽມ​ແພ​ໄໝ ຫວຽດ​ນາມ” ຂອງ ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ 111 ຄົນ. ພິ​ທີ​ໄດ້​ສືບ​ຕໍ່​ດ້ວຍ​ສອງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ມີ​ຫົວ​ຂໍ້ ວ່າ “Welcome Miss World to ກ໋​ວາງ​ນິງ ຫວຽດ​ນາມ " và "Sound of Beauty”.

top