ຂ່າວສານ

ໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ ປີ 2026

ຕອນ​ຄ່ຳ​ວັນ​ທີ 28 ພຶດ​ສະ​ພາ, ຄະ​ນະ​ຈັດ​ຕັ້ງ Festival ເຫວ້ ປີ 2026 ໄດ້​ສົມ​ທົບ​ກັບ​ຄະ​ນະ​ບໍ​ລິ​ຫານງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ເຫວ້ ໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ 2026 ຢູ່​ຖະ​ໜົນ​ຍ່າງ ຫງວຽນ​ດິ່ງ​ຈຽວ, ​ຕາ​ແສງ ທ້ວນ​ຮ​ວ່າ, ນະ​ຄອນ ເຫວ້.
  ພິ​ທີໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ 2026 (ພາບ: VOV)  

ເຫດ​ການ​ດັ່ງ​ກ່າວ​ໄດ້​ເຕົ້າ​ໂຮມ 56 ຮ້ານ​ວາງ​ສະ​ແດງ​ດ້ວຍອາ​ຫານເຈ​ ປະ​ມານ 100 ເຍື່ອງ ຂອງວັດ, ໂຮງ​ແຮມ, ພັດ​ທະ​ນາ​ຄານ​ແຫ່ງ​ຕ່າງໆ​ຢູ່​ພາຍ​ໃນ ແລະ ນອກ​ນະ​ຄອນ ເຫວ້, ຮັບ​ໃຊ້​​ແຂກກວ່າ 5.000 ເທື່ອ​ຄົນ. ງານ​ບຸນ ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ໃນ​ຂອບ​ເຂ​ດ Festival ເຫວ້ ປີ 2026 ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ “ເຫວ້ - ເມືອງຫຼວງແຫ່ງ​ອາ​ຫານ​ການ​ກິນ”, ​ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ຕິດ​ພັນ​ກັບ​ປັດ​ສະ​ຍາການ​ດຳ​ລົງຊີ​ວິດມຸ່ງ​ໄປ​ເຖິງ​ຄວາມ​ດີ​ງາມ, ດຳ​ລົງ​ຊີ​ວິດ​ຢ່າງ​ກົມ​ກຽວ​​ກັບ​ທຳ​ມະ​ຊາດ ແລະ ຊຸມ​ຊົນ.

ໂດ​ຍ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 28 – 29 ພຶ​ດ​ສະ​ພາ, ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ ປີ 2026 ​ແມ່ນເພື່ອ​ແນ​ໃສ່​ເຊີດ​ຊູຄຸນ​ຄ່າ​ອາ​ຫານ​ເຈ​ທີ່​ເປັນ​ມູນ​ເຊື້ອ​ຂອງ ​ເຫວ້, ພ້ອມ​ທັງ​ແຜ່​ກະ​ຈາຍ​ວິ​ຖີ​ດຳ​ລົງ​ຊີ​ວິດ​ສີ​ຂຽວ, ປອດ​ໃສ ພ້ອມ​ດ້ວຍ​ຈິດ​ໃຈ​ເມ​ດ​ຕ​າ​ປາ​ນີ​ໃນ​ຊຸມ​ຊົນ.


top