ຂ່າວສານ

ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ X

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ສະ​ເໜີ​ບັນ​ດາ​ຜູ້​ແທນ​ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ຢ່າ​ງ​ລະ​ອຽດ
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ (ພາບ: VNA)  
ຕອນ​ເຊົ້າ​ວັນ​ທີ 6 ກໍ​ລະ​ກົດ, ສະ​ພາ​ແຫ່ງ​ຊາດ ລາວ​ຊຸດ​ທີ X ໄດ້​ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລຶກ​ເພື່ອ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ຢູ​່​ພິ​ທີ​ໄຂ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ສະ​ເໜີ​ບັນ​ດາ​ຜູ້​ແທນ​ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ຢ່າ​ງ​ລະ​ອຽດ, ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ ແລະ ສ້າງ​ສັ້ນ​ເພື່ອ​ໃຫ້​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ທີ່​ໄດ້​ຮັບ​ຮອງ​ເອົາ​ມີ​ຄຸນ​ນະ​ພາບ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.

top