ຂ່າວສານ

ໄຂວາລະປະຊຸມເທື່ອທີ 7 ຄະນະປະຈຳສະພາແຫ່ງຊາ

ວາລະປະຊຸມເທື່ອທີ 7 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄຂຂຶ້ນໃນຕອນບ່າຍວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ. ຄາດວ່າ ວາລະປະຊຸມນີ້ຈະດຳເນີນເປັນສອງບັ້ນຄື: ບັ້ນທີ 1: ຕອນບ່າຍຂອງວັນທີ 01 ແລະ 02 ຕຸລາ. ບັ້ນທີ 2: ຕອນບ່າຍຂອງວັນທີ 10 ຕຸລາ.
  (ພາບ​ປະ​ກອບ: VNA)  

ທີ່​ວາ​ລະ​ປະ​ຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະ​ກອບຄຳເຫັນ​ໃສ່ຮ່າງກົດ​ໝາຍ​ຫຼາຍ​ສະ​ບັບ, ຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າ​ດ້ວຍເຮືອນ​ຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍ​ການ​ດຳ​ເນີນທຸ​ລະກິດອະສັງຫາ​ລິ​ມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍ​ເອ​ກະ​ສານ​ກຳ​ນົດກົດໝາຍ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບລວມ).

ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດຈະປະ​ກອບ​ຄຳເຫັນໃສ່​ບັນ​ດາບົດລາຍງານຂອງລັດຖະບານ, ​ໃນ​ນັ້ນ​ມີບົດລາຍງານ​ກ່ຽວ​ກັບຜົນ​ຂອງ​ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2026, ການ​ຄາດ​ຄະ​ເນແຜນພັດທະນາເສດຖະກິດ-ສັງຄົມ ປີ 2027, ປະ​ກອບ​ຄຳເຫັນ​ໃສ່ຮ່າງບົດລາຍງານ​ລວບ​ລວມ​ຄຳເຫັນ ແລະ ຂໍ້​ສະ​ເໜີ​ແນະ​ຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ​ທີ່ຈະຍື່ນຕໍ່ກອງປະຊຸມສະໄໝສາມັນ​ເທື່ອທີ 2 ສະພາແຫ່ງຊາດຊຸດທີ 16...

ກໍ່​ທີ່​ວາ​ລະ​ປະ​ຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະ​ປະ​ກອບ​ຄຳເຫັນ ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ​ເທື່ອທີ 2 ສະພາແຫ່ງ​ຊາດ ຫວຽດ​ນາມ ຊຸດທີ 16.


top