ຂ່າວສານ

ໄຂວາລະປະຊຸມຄັ້ງທີ 4 ຂອງຄະນະປະຈຳສະພາແຫ່ງຊາດ

ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມຄັ້ງທີ 4.
ທີ່ວາລະປະຊຸມຄັ້ງທີ 3 (ພາບ​: VNA)

ຕອນ​ເຊົ້າ​ວັນ​ທີ 08 ກໍ​ລະ​ກົດ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 4.

ທີ່​ວາ​ລະ​ປະ​ຊຸມນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຫຼາຍ​ຢ່າງ ແນ​ໃສ່​ກະ​ກຽມ​ໃຫ້​ກອງ​ປະ​ຊຸມວິ​ສາ​ມັນ​ຄັ້ງ​ທີ 1, ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ຕົ້ນ​ເດືອນ ສິງ​ຫາ 2026; ພ້ອມ​ກັນ​ນັ້ນ, ກໍ່ກະ​ກຽມ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ທີ 2 ​ທີ່​ຈະຈັດ​ຂຶ້ນ​ໃນ​ທ້າຍ​ປີ ແລະ ບັນ​ດາ​ບັນ​ຫາ​ສຳ​ຄັນ​ອື່ນໆ​ ຕາມ​ລາຍ​ການ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 4, ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ​ຮ່າງກ​ົດ​ໝາຍ, ມະ​ຕິ 24 ສະ​ບັບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ວິ​ສາ​ມັນ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ, ສະ​ເໜີ​ວ່າ:

“ເມື່ອ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​​ແຜນ​ຮ່າງ, ຂ້າ​ພະ​ເຈົ້າສະ​ເໜີ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຕ​້ອງ​ຕິດ​​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ການ​ຜັນ​ຂະ​ຫຍາຍ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້ນ​ຢ່າງ​ໃກ້​ຊິດ ເພື່ອກວດ​ກາ​ຄືນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຈັດ​ແບ່ງ​ສິດ, ຈັດ​ແບ່ງ​ຂັ້ນ; ຕີ​ລາ​ຄາ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ຂອງ​ແຕ່​ລະ​ນະ​ໂຍ​ບາຍ, ຮັບ​ປະ​ກັນ​ກຳ​ນົດ​​ຜູ້​ຮັບ​ຜິດ​ຊອບຢ່າງ​ຈະ​ແຈ້ງ, ວຽກ​ງານ​ຈ​ະ​ແຈ້ງ, ໜ້າ​ທີ່ຈ​ະ​ແຈ້ງ, ​ສິດຈ​ະ​ແຈ້ງ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ປະ​ຕິ​ບັດໄດ້​ທັນ​ທີທີ່​ກົດ​ໝາຍ​ມີ​ຜົນ​ສັກ​ສິດ​, ບໍ່​ປະ​ໃຫ້​ເກີດ​ຊ່ອງ​ຫວ່າງ​ດ້ານ​ນິ​ຕິ​ກຳ, ທັບ​ຊ້ອນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ”.


top