ຂ່າວສານ

ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ 2026

ອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ສວນ​ສາ​ທາ​ລະ​ນະ ລີ​ທ້າຍໂຕ (ຮ່າ​ໂນ້ຍ) ໄດ້​ດຳ​ເນີນ​ພິ​ທີ​ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ 2026
ທ່ານ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ກ​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ສວນ​ສາ​ທາ​ລະ​ນະ ລີ​ທ້າຍໂຕ (ຮ່າ​ໂນ້ຍ) ໄດ້​ດຳ​ເນີນ​ພິ​ທີ​ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ 2026, ພ້ອມ​ກັບ​​ລ​າຍ​ການ​ເດີນ​ຂະ​ບວນ​ສະ​ແດງມໍ​ລະ​ດົກ​ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພົ້ນ​ເດັ່ນ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ, ພ້ອມ​ທັງ​ເຊື່ອມ​ຕໍ່​ມໍ​ລະ​ດົກ​ພື້ນ​ເມືອງ ກັບ​ຊີ​ວິດ​ແຫ່ງ​ຄວາມ​ປະ​ດິດ​ຄິດ​ສ້າງ​ຍຸກ​ທັນ​ສະ​ໄໝ. ກ​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຢັ້ງ​ຢືນ​ວ່າ:

ຮັກ​ສາ​ມູນ​ເຊື້ອ​ບໍ່​ໝາຍ​ຄວາມ​ວ່າ​ຮັກ​ສາ​ສິ່ງ​ທີ່​ຂຶ້ນ​ກັບ​ອະ​ດີດ​ຕະ​ການ. ສິ່ງ​ສຳ​ຄັນ​ແມ່ນ​ເຮັດ​ໃຫ້​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ສືບ​ຕໍ່​ມີ​ຊີ​ວິດ​ໃນ​ຍຸກ​ປັດ​ຈຸ​ບັນ, ກາຍ​ເປັນ​ແຫຼ່ງ​ບັນ​ດານ​ໃຈ​ປະ​ດິດ​ຄິດ​ສ້າງ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ​ໃຫ້​ອະ​ນາ​ຄົດ. ນະ​ຄອນຫຼວງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ ຕ້ອງ​ແມ່ນ​ນະ​ຄອນຫຼວງ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ຫົວ​ຄິດ​ປະ​ດິດ​ສ້າງ, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ. ນະ​ຄອນ​ເຕັມ​ໄປ​ດ້ວຍ​ມໍ​ລະ​ດົກ​ຕ້ອງ​ແມ່ນ​ບ່ອນ​ເລີ່ມ​ຕົ້ນ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ໃໝ່, ນະ​ຄອນ​ຮ່າ​ໂນ້ຍ​ທີ່​ເປັນ​ໜ້າ​ດຳ​ລົງ​ຊີ​ວິດ​ຕ້ອງ​ແມ່ນ​ນະ​ຄອນ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ທັນ​ສະ​ໄໝ, ເສດ​ຖະ​ກິດ​ພັດ​ທະ​ນາ ຕ້ອງ​ແມ່ນ​ບ່ອນ​ທີ່​ປະ​ຊາ​ຊົນ​ແຕ່​ລະ​ຄົ​ນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ແວດ​ລ້ອມ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ປອດ​ໂປ່ງ, ວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ, ອຸ​ທິດ​ສ່ວນ ແລະ ຊົມ​ໃຊ້​ບັນ​ດາ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ.


top