ຂ່າວສານ

ໄຂວັນບຸນ ແທ່ັງຕວຽນ ປີ 2019

ຕອນຄ່ຳວັນທີ 13 ກັນຍາ, ທີ່ສະໜາມຫລວງ ຫງວຽນເຕິດແທ່ງ (ນະຄອນ ຕວຽນກວາງ), ຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີໄຂລາຍການ “ຄ່ຳຄືນວັນບຸນ ແທັ່ງຕວຽນ” ປີ 2019 ດ້ວຍຫົວຂໍ້ວ່າ “ສີສັນຄືນວັນບຸນ ແທັ່ງຕວຽນ ເຫຼື້ອມຍິບຍັບ”. 

ວັນບຸນ ແທ່ັງຕວຽນ ປີ 2019 (ພາບ: TTXVN)
ເປີດສາກແມ່ນການສະແດງສິລະປະຂອງນັກຮຽນ 400 ຄົນທີ່ມາຈາກບັນດາໂຮງຮຽນໃນບໍລິເວນນະຄອນ ຕວຽນກວາງ. ເນື່ອງໃນໂອກາດນີ້, ທ່ານນາງ ເຈຶອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ເຈົາວັນເລິມ ເລຂາຄະນະພັກແຂວງ ຕວຽນກວາງ ໄດ້ມອບຂອງຂວັນ 50 ພູດໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ບືນຕົວຂຶ້ນໃນການຮ່ຳຮຽນຢູ່ແຂວງ ຕວຽນກວາງ. ວັນບຸນ ແທັ່ງຕວຽນ ແມ່ນວັນບຸນປະເພນີຂອງປະຊາຊົນນະຄອນ ຕວຽນກວາງ ດ້ວຍຄວາມປາດຖະໜາຢາກສະຫງວນສິ່ງທີ່ດີທີ່ສຸດໃຫ້ເດັກນ້ອຍໃນໂອກາດວັນບຸນໄຫວ້ພະຈັນ (ວັນເພັງເດືອນ 8).
(ແຫຼ່ງຄັດຈາກ VOV)

top