ພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທີ່ຈັດຂຶ້ນໃນຂອບເຂດຫຼາຍແຂວງ, ນະຄອນໃນທົ່ວປະເທດ
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ກ່າວຄຳເຫັນທີ່ິພິທີ)
ຕອນຄ່ຳວັນທີ 25 ມີນາ, ຢູ່ເວທີສະແດງແຄມແມ່ນ້ຳ ເຮືອງ, ຄະນະກຳມະການປະຊາຊົນນະຄອນ ເຫ້ວ ໄດ້ຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ດ້ວຍຫົວຂໍ້: “ເຫ້ວ - ເມືອງຫຼວງເກົ່າ, ໂອກາດໃໝ່” ຕິດພັນກັບ Festival ເຫ້ວ 2025. ທີ່ິພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ເນັ້ນໜັກວ່າ, ພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທີ່ຈັດຂຶ້ນໃນຂອບເຂດຫຼາຍແຂວງ, ນະຄອນໃນທົ່ວປະເທດ, ປະກອບສ່ວນໂຄສະນາ, ສ້າງກຳລັງໜູນຊຸກຍູ້, ຟື້ນຟູຂະແໜງທ່ອງທ່ຽວ ແລະ ການພັດທະນາຢ່າງວ່ອງໄວ, ຍືນຍົງ.
“ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ເມື່ອທ່ອງທ່ຽວບໍ່ແມ່ນການໄປຄົ້ນຫາຕົວຈິງເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງອີກດ້ວຍ. ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວຕ້ອງຊາບຊຶມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການພັດທະນາຂະແໜງທ່ອງທ່ຽວຢ່າງຮອບດ້ານ, ວ່ອງໄວ ແລະ ຍືນຍົງ”.
ປີທ່ອງທ່ຽວແຫ່ງຊາດ 2025 ລວມມີ 160 ເຫດການມີຂອບຂະໜາດລະດັບຊາດ, ສາກົນ. ເຫ້ວ ຫວັງວ່າ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 5,5 ລ້ານເທື່ອຄົນໃນປີທ່ອງທ່ຽວແຫ່ງຊາດ 2025.