ຂ່າວສານ

ໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 8

ໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 8 (HANIFF VIII) ດ້ວຍຫົວຂໍ້ "ຮູບເງົາ - ເຊື່ອມຕໍ່ - ພັດທະນາ" ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ.
  ພາບໃນພິທີໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 8 (HANIFF VIII). (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານນາງ ຟ້າມທິແ​ທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ເນັ້ນໜັກ​ວ່າ ຮູບ​ເງົາ​ໄດ້​ສວມບົດບາດສຳຄັນໃນການເຊື່ອມຕໍ່ວັດທະນະທຳ, ເຜີຍແຜ່ຄຸນຄ່າ​ບັນ​ດາ​ວັດ​ທະ​ນະ​ທຳມະນຸດ ແລະ ຊຸກ​ຍູ້ການຮ່ວມມືລະຫວ່າງ​ບັນ​ດາປະເທດ. ພ້ອມ​ກັນ​ນັ້ນ, ທ່ານກໍ່ຢືນຢັນວ່າ ໃນສັງ​ກ​າດດິຈິຕອນ, ​ຮູບ​ເງົາຕ້ອງ​ເສີມ​ຂະ​ຫຍາຍບົດບາດ​ນຳ​ໜ້າໃນການພັດທະນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ແລະ ເສດຖະກິດສ້າງສັນ. ທ່ານກໍ່ສະເໜີໃຫ້ສືບຕໍ່​ຍູ້​ແຮງການຫັນ​ເປັນ​ດີ​ຈີ​ຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ​ເປີດກວ້າງ​ການຮ່ວມມື​ກັບສາກົນ, ເຮັດໃຫ້ ຫວຽດນາມ ກາຍເປັນຈຸດນັດ​ພົບ​ທີ່ໜ້າສົນ​ໃຈ​ຂອງ​ບັນ​ດານັກສ້າງຮູບເງົາ.

ງານມະ​ໂຫລານຮູບເງົາຈັດຂຶ້ນແຕ່ວັນທີ 28 ພະຈິກ ຫາວັນທີ 2 ທັນວາ 2026, ດ້ວຍ​ການ​ເຄື່ອນ​ໄຫວຫຼາຍຢ່າງ, ຄື: ການສາຍຮູບເງົາ, ການພົບ​ປະ​ແລກປ່ຽນລະ​ຫວ່າງ​ນັກສິລະປິນ, ງານວາງສະແດງ, ​ກອງ​ປະ​ຊຸມສຳມະນາ, ຕະຫຼາດໂຄງການຮູບເງົາ ແລະ ​ເຊື່ອມ​ຕໍ່ການຮ່ວມມືສາກົນ.


top