ຂ່າວສານ

ໄຂງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ຢູ່ ວັນມຽວ - ກວັກຕືຢາມ

ງານບຸນໄດ້ຈັດຂຶ້ນແຕ່ວັນທີ 11 ກຸມພາ ຮອດວັນທີ 01 ມີນາ (ກົງກັບວັນທີ 13 ເດືອນຈຽງ ບຸນເຕັດປີມະເມຍ), ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມທຸກວັນ ແຕ່ 8 ໂມງຮອດ 22 ໂມງ.
(ຈຸດພົ້ນເດັ່ນຂອງງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ແມ່ນການຂໍຕົວໜັງສືຍາມຕົ້ນປີໃໝ່)

ງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ສິລະປະຕ້ອນຮັບລະດູບານໃໝ່ ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 11 ກຸມພາ, ຢູ່ເຂດ ໂຮ່ວັນ, ປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ.

        ງານບຸນໄດ້ຈັດຂຶ້ນແຕ່ວັນທີ 11 ກຸມພາ ຮອດວັນທີ 01 ມີນາ (ກົງກັບວັນທີ 13 ເດືອນຈຽງ ບຸນເຕັດປີມະເມຍ), ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມທຸກວັນ ແຕ່ 8 ໂມງຮອດ 22 ໂມງ.

        ຈຸດພົ້ນເດັ່ນຂອງງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ແມ່ນການຂໍຕົວໜັງສືຍາມຕົ້ນປີໃໝ່ຢູ່ 35 ໂຕະຮ້ານ ຂອງບັນດານັກຂຽນຕົວໜັງສືທີ່ໄດ້ຮັບການຄັດເລືອກຢ່າງລະອຽດລະອໍ. ນີ້ແມ່ນການເຄື່ອນໄຫວທີ່ປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍຄົນລໍຄອຍໃນໂອກາດບຸນເຕັດວຽນມາ, ປະກອບສ່ວນເຊີດຊູມູນເຊື້ອມັກຮ່ຳມັກຮຽນ ແລະ ຄວາມງາມຂອງວັດທະນະທຳຂໍຕົວໜັງສືຍາມຕົ້ນປີໃໝ່ຂອງຊາວ ຫວຽດນາມ.


top