ຂ່າວສານ

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ…
  (ທີ່ງານຕະຫຼາດນັດ)  

ຕອນເຊົ້າວັນທີ 20 ພະຈິກ, ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ  ແລະ ເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສູນວາງສະແດງສິນຄ້າ ໄປເຕັກ ສາກົນ, ທີ່ນະຄອນຫຼວງ ວຽງຈັນ.

        ງານຕະຫຼາດນັດໂດຍກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຈັດຂຶ້ນ. ງານຕະຫຼາດນັດປີນີ້ໄດ້ເຕົ້າໂຮມວິສາຫະກິດນັບຮ້ອຍແຫ່ງຂອງ 2 ປະເທດເຂົ້າຮ່ວມການວາງສະແດງ, ເຜີຍແຜ່ໂຄສະນາຜະລິດຕະພັນ, ໃນນັ້ນ, ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ… ພ້ອມກັນນັ້ນ, ງານຕະຫຼາດນັດກໍ່ມີ 20 ຮ້ານວາງສະແດງ, ໂຄສະນາ, ແນະນຳບັນດາຜະລິດຕະພັນ, ການບໍລິການຂອງວິສາຫະກິດຢູ່ພາຍໃນ ແລະ ນອກກອງທັບ ລາວ. ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ, ວິສາຫະກິດຂອງກອງທັບ ຫວຽດນາມ ເວົ້າສະເພາະ, ມີໂອກາດເພື່ອພົບປະແລກປ່ຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກວ້າງການພົວພັນດ້ານການຄ້າກັບວິສາຫະກິດ ລາວ, ວິສາຫະກິດກອງທັບ ລາວ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ 2 ປະເທດ ແລະ ພາກພື້ນ ອາຊຽນ ຕື່ມອີກ”.


top