ຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໄດ້ໄຂຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ ແລະ ຖະໜົນ ລິເທື່ອງກຽດ.
(ຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ)
ວັນທີ 13 ກຸມພາ (ກົງກັບວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຢູ່ຫຼາຍທ້ອງຖິ່ນໄດ້ຜັນຂະຫຍາຍການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີມະເມຍ 2026, ສ້າງເຂດວັດທະນະທຳຮັບໃຊ້ປະຊາຊົນ, ແຂກທ່ອງທ່ຽວໄປທ່ຽວຊົົມ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຊີດຊູຄຸນຄ່າທີ່ເປັນມູນເຊື້ອ, ໂຄສະນາພາບພົດທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ.
ຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໄດ້ໄຂຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ ແລະ ຖະໜົນ ລິເທື່ອງກຽດ. ຖະໜົນດອກໄມ້ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມໃນ 9 ມື້ຂອງວັນບຸນປີໃໝ່ປະຈຳຊາດ (ບຸນເຕັດ), ແຕ່ວັນທີ 13 – 21 ກຸມພາ.
ຢູ່ແຂວງ ຢາລາຍ, ຕອນຄ່ຳວັນທີ 13 ກຸມພາ, ຄະນະກຳມະການປະຊາຊົນຕາແສງ ອານເຍີນດົງ ໄດ້ຈັດງານບຸນດອກເໝີຍເຫຼືອງ ຄັ້ງທີ 1 ປີ 2026. ເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມຕົ້ນດອກເໝີຍ 150 ຕົ້ນທີ່ໄດ້ອອກແບບຢ່າງງາມຕາມ; ໄດ້ຮັບຊົມບັນດານັກສິລະປະກອນແຂ່ງຂັນອອກແບບຕົ້ນດອກເໝີຍ…