ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຕ້ອງສຸມໃສ່ເປັນຢ່າງສູງເພື່ອປະຕິບັດສຳເລັດວຽກງານອັນໃຫຍ່ຫຼວງດ້ວຍຫຼາຍເນື້ອໃນສຳຄັນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນໄຂກອງປະຊຸມ (ພາບ: VNA)

ມີທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິ​ທີ​ໄຂກອງປະຊຸມມີທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານ​ປະ​ທານ​ສະ​ພາແຫ່ງຊາດ ເຈິ່ນແທັງເໝີ້ນ, ພ້ອມດ້ວຍບັນ​ດາ​ການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ. ພິ​ທີ​ໄຂກອງປະຊຸມ​ໄດ້ຮັບການ​ຖ່າຍທອດສົດທາງວິທະຍຸ​ກະ​ຈາຍ​ສຽງ, ໂທລະພາບ ເພື່ອໃຫ້​ປະ​ຊາ​ຊົນ ແລະ ຜູ້ມີສິດເລືອກ​ຕັ້ງທົ່ວປະເທດຕິດຕາມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ເນັ້ນໜັກວ່າ ​ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຕ້ອງສຸມໃສ່ເປັນ​ຢ່າງ​ສູງເພື່ອປະຕິບັດ​ສຳ​ເລັດ​​ວຽກ​ງານ​ອັນໃຫຍ່ຫຼວງ​ດ້ວຍ​ຫຼາຍເນື້ອໃນສຳຄັນ. ກ່ຽວກັບວຽກງານນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ຊີ້​ແຈ້ງວ່າ:

“ສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍ, ມະຕິ 47 ສະບັບ, ໃນນັ້ນຄາດ​ວ່າ​ຈະພິ​ຈາລະນາ, ຮັບຮອງຮ່າງ​ກົດ​ໝາຍ, ມະ​ຕິ 43 ສະບັບ ແລະ ຈະປະ​ກອບ​ຄຳເຫັນໃສ່ຮ່າງກົດໝາຍອື່ນໆ 4 ສະບັບ. ນີ້ແມ່ນຈຳ​ນວນ​ວຽກ​ງານ​ນິ​ຕິ​ບັນ​ຍັດຫຼາຍ​ທີ່​ສຸດ​ນັບ​ແຕ່ຕົ້ນອ​າ​ຍຸ​ການສະພາແຫ່ງຊາດຊຸດທີ 16 ມາ​ຮອດ​ປະ​ຈຸບັນ. ຮ່າງກົດໝາຍ​ຫຼາຍ​ສະ​ບັບສົ່ງຜົນກະທົບໂດຍກົງຕໍ່ການຜະລິດ, ດຳ​ເນີນທຸລະກິດ, ສິດ ແລະ ຜົນປະໂຫຍດທີ່​ຖືກຕ້ອງຕາມກົດໝາຍຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ການພັດທະນາ​ຂອງປະເທດ​ຊາດ”.

ສຳ​ລັບວຽກງານຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແ​ທັງເໝີ້ນ ໃຫ້ຮູ້ວ່າ:

“ສະພາແຫ່ງຊາດຈະພິ​ຈາ​ລະ​ນາບົດລາຍງານລວມກ່ຽວກັບ​ຄຳເຫັນ​ປະ​ກ​ອບ, ຂໍ້ສະເໜີແນະຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຜົນຂອງການແກ້​ໄຂຂໍ້ສະເໜີ​ແນະຂອງຜູ້ມີສິດເລືອກຕັ້ງ, ວຽກງານຮັບພົນລະເມືອງ, ການແກ້ໄຂ​ໃບຮ້ອງທຸກ ແລະ ກ່າວຟ້ອງ, ການດຳເນີນການ​ຊັກຖາມ, ຕອບຄຳຊັກຖາມ. ​ແຕ່​ລະ​ຄຳເຫັນ, ການຕັດສິນ ຕ້ອງຖ​ືຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງປະຊາຊົນ ແລະ ສິດຜົນ​ປະ​ໂຫຍດ​ອັນສອດຄ່ອງກັບໝາຍຂອງ​ປະ​ຊາ​ຊົນ​ເໜືອກວ່າ​ສິ່ງ​ໃດ​ໝົດ”.


top