ຂ່າວສານ

ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 (AEM) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ສິງຫາ, ຢູ່ສິງກະໂປ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາເສດຖະກິດ ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູູ່ຮ່ວມມື. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈິ່ນກັວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.


ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີເຄີສຽນກ່າວຄໍາເຫັນທີ່ພິທີໄຂ

(ພາບ: Viet Dung/TTXVN)

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ທົບທວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ພ້ອມທັງເນັ້ນໜັກວ່າ ອາຊຽນ ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດຢ່າງໃຫຍ່ຫຼວງ ດ້ວຍຕະຫຼາດທີ່ມີປະຊາກອນຫຼາຍເຖິງ 630 ລ້ານຄົນ, ອາຊຽນ ກໍໄດ້ຄາດຄະເນວ່າ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກ ໃນປີ 2030, ພຽງຖັດຈາກ ອາເມລິກາ,  ຈີນ ແລະ ສະຫະພາບເອີຣົບ (EU) ເທົ່ານັ້ນ.

        ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຖືວ່າ ການຮ່ວມມືເສດຖະກິດໃນພາກພື້ນ ແລະ ການເຊື່ອມໂຍງ ແມ່ນຂໍ້ກຸນແຈເພື່ອ ໃຫ້ອາຊຽນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງຕົນທີ່ພວມມີຢູ່, ໃນນັ້ນ ລວມມີການປະຕິບັດແຜນການລະອຽດຂອງ ປະຊາຄົມເສດຖະກິດ ອາຊຽນ (AEC) 2025, ກໍຄືສະໜັບສະໜູນລະບົບຫຼາຍຝ່າຍເປີດ ແລະ ກວມລວມໃນສະພາບການດ້ານການຄ້າທີ່ພວມເຄັ່ງຕຶງ ແລະນັບມື້ນັບເພີ່ມຂຶ້ນ. ແຕ່ໄປຄຽງຄູ່ກັນນັ້ນ, ອາຊຽນກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ. ໃນສະພາບການນັ້ນ, ບັນດາປະເທດສະມາຊິກທັງໝົດ ຕ້ອງມີຄວາມສາມັກຄີ ແລະສູ້ຊົນ ເພື່ອຮັກສາຄວາມຜູກພັນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການຮ່ວມສໍາພັນເສດຖະກິດ ກໍຄືຊຸກຍູ້ທ່ວງທ່າພັດທະນາດ້ານການຄ້າ ແລະ ການລົງທຶນ.

        ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 ໄດ້ດໍາເນີນແຕ່ວັນທີ 29 ສິງຫາ - 1 ກັນຍາ ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງຈະຈັດຂຶ້ນ ຄື: ກອງປະຊຸມສະພາການຄ້າເສລີ ພາກພື້ນອາຊຽນ (AFTA) ຄັ້ງທີ 32, ກອງປະຊຸມລະຫວ່າງລັດຖະມົນຕີເສດຖະກິດ ອາຊຽນ ແລະ ສະພາລົງທຶນໃນພາກພື້ນອາຊຽນ (AEM –AIA) ຄັ້ງທີ 21 ແລະ ອື່ນໆ.

(ແຫຼ່ງຄັດຈາກ VOV)



top