ທີ່ກອງປະຊຸມຖືກໄຂຂຶ້ນໃນຕອນເຊົ້າວັນທີ່ 16 ມັງກອນ ຢູ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ຫົວໜ້າ SOM ບັນດາປະເທດ ອາຊຽນ ໄດ້ປຶກສາຫາລືໂຄງການດຳເນີນງານ ແລະ ໂຄງການເຄື່ອນໄຫວຂອງກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ 2020 ຈະຖືກໄຂຂຶ້ນໃນວັນທີ 17 ມັງກອນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ 2020 ແມ່ນກອງປະຊຸມສຳຄັນ ສ້າງປະຖົມປັດໄຈເປັນເອກະພາບ ແລະ ຜັນຂະຫຍາຍບັນດາບຸລິມະສິດໃນປີເປັນປະທານ ອາຊຽນ ຂອງ ຫວຽດນາມ. ແມ່ນປະເທດປະທານ ອາຊຽນ 2020, ຫວຽດນາມ ຈະສະເໜີບັນດາແນວຄວາມຄິດ, ຂໍ້ລິເລີ່ມຂອງ ຫວຽດນາມ ໃນປີເປັນປະທານກໍ່ຄືບັນດາໝາກຜົນຄາດຄະເນຂອງ ອາຊຽນ 2020 ເພື່ອໃຫ້ບັນດາປະເທດປຶກສາຫາລື. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ຫວຽດນາມ ໃຫ້ຮູ້ວ່າ:
“ປີນີ້ເປັນຂີດໝາຍ 25 ປີ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ. ພວກຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງທີ່ໄດ້ສວມບົດບາດປະທານ ອາຊຽນ 2020. ນັບແຕ່ບັນດາພື້ນຖານຕົ້ນຕໍໂດຍ ໄທ ແລະ ບັນດາປະເທດຊຸດກ່ອນກໍ່ສ້າງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຊຸກຍູ້ບັນດາເປົ້າໝາຍລວມ ອີງໃສ່ຫຼັກການເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ ເພື່ອຜົນປະໂຫຍດຂອງປະຊາຊົນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.”
(ແຫຼ່ງຄັດຈາກ VOV)