ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ແລະ ການນຳປະເທດຕ່າງໆເນັ້ນໜັກວ່າ ປະຊາຄົມສາກົນຄວນມານະພະຍາຍາມກ່ວາອີກເພື່ອແກ້ໄຂບັນດາສິ່ງທ້າທາຍສຳລັບສິດທິມະນຸດ

ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢຸ້ງ
ຜູ້ແທນ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆປະຈຳເຊີນແນວ, ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ແລະ ການນຳປະເທດຕ່າງໆເນັ້ນໜັກວ່າ ປະຊາຄົມສາກົນຄວນມານະພະຍາຍາມກ່ວາອີກເພື່ອແກ້ໄຂບັນດາສິ່ງທ້າທາຍສຳລັບສິດທິມະນຸດ ແລະ ຄວນເພີ່ມທະວີການຮ່ວມມືໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາໃນທົ່ວໂລກ, ພິເສດແມ່ນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່ Guterres ແລະ ບັນດາເຈົ້າໜ້າທີ່ ສປຊ ຍົກໃຫ້ເຫັນຄວາມວິຕົກວັງວົນກ່ຽວກັບການເພີ່ມທະວີຂອງລັດທິກໍ່ການຮ້າຍ, ຫົວຮຸນແຮງ, ສະພາບການຈຳແນກການປະພຶດ, ປະຕິເສດຊາວຕ່າແດນ, ກະແສຟອງອົບພະຍົບ…
ຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມປາໃສ, ປຶກສາຫາລືໃນຫຼາຍຫົວເລື່ອງທີ່ກອງປະຊຸມຄັ້ງທີ 37 ນີ້, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການເຈລະຈາການສ້າງບັນດາເອກະສານຂອງສະພາສິດທິມະນຸດ. ຢູ່ນອກກອງປະຊຸມ, ຫວຽດນາມ ຈະຈັດຕັ້ງການໂອ້ລົມສົນທະນາສາກົນດ້ວຍຫົວຂໍ້ “ບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມ ໃນການຊຸກຍູ້ບັນດາສິດທິດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຫລຸດຜ່ອນການຂາດຄວາມສະເໝີພາບ” ໃນວັນທີ 27 ກຸມພາ.
(ແຫຼ່ງຄັດຈາກ VOV)