ຂ່າວສານ

ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16

ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.
  (ບັນ​ດາ​ຜູ້​ແທນເຂົ້າ​ຮ່ວມ​ວາ​ລະ​ໄຂ)  

ກອງປຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 06 ເມສາຢູ່ຫໍສະພາແຫ່ງຊາດທີ່ ນະ​ຄອນຫຼວງຮ່າໂນ້ຍເຂົ້າຮ່ວມວາລະໄຂມີ ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມທ່ານ ເລືອງເກື່ອງປະທານປະເທດທ່ານ ຟ້າມມິນຈິງນາຍົກລັດຖະມົນຕີທ່ານ ເຈິ່ນເກິມຕູຜູ້ປະຈຳການຄະນະເລຂາ​​ທິ​ການສູນກາງພັກຜູ້ຕາງໜ້າບັນດາ​​ຄະນະ​​ທູຕານຸທູດບັນດາອົງການຈັດຕັ້ງສາກົນ ພ້ອມກັບສະມາຊິກສະພາແຫ່ງຊາດຊຸດທີ 16 ຈຳນວນ 500 ທ່ານ.

ກ່າວຄຳເຫັນໄຂກອງປະຊຸມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026  2031 ຜ່ານມາບັນລຸຜົນສຳເລັດຢ່າງຈົບງາມ​. ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກລັດ.

  (ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ)  

ເມື່ອເຕື້ອງເຖິງບັນດາເນື້ອໃນຕົ້ນຕໍຂອງກອປະຊຸມຄັ້ງນີ້ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:

ສະພາແຫ່ງຊາດພິຈາລະນາຕົກລົງສ້າງໂຄງປະກອບການຈັດຕັ້ງ ແລະ ເລືອກ​ຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດນີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມມີຄວາມໝາຍສຳຄັນຕັດສິນໂດຍກົງເຖິງຄຸນນະພາບປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດໃນທັງອາຍຸການສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາກົດໝາຍ 8 ສະບັບ ແລະ ມະຕິ​ເກນກຳນົດກົດໝາຍ 1 ສະບັບຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2027, ມະຕິກ່ຽວກັບການ​​ສ້າງ​ຕັ້ງ​ຄະ​ນະຕິດຕາມຫົວເລື່ອງສະເພາະຂອງສະພາແຫ່ງຊາດ ແລະ ມະຕິລວມຂອງກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 16”.

ຕໍ່ຈາກນັ້ນທ່ານເລຂາທິການໃຫຍ່ ໂຕເລິມ ມີບົດກ່າວປາໄສສຳຄັນຕໍ່​​ໜ້າສະພາແຫ່ງຊາດປະຊາຊົນຜູ້ມີສິດເລືອກຕັ້ງໃນທົ່ວປະເທດທ່ານເນັ້ໜັກວ່າ ນີ້ແມ່ນກອງປະຊຸມບູລະນະການຈັດຕັ້ງກົງຈັກລັດຕາມລັດຖະທຳມະນູນທັງ​ແມ່ນ ກອງປະຊຸມທີ່ສຸມໃສ່ຫັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ເປັນລະບອບລະບຽບການສ້າງພື້ນຖານນິຕິກຳລະບອບ ​ລະ​ບຽບ​ການແລະ ກຳລັງໜູນນະໂຍບາຍ ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ກໍ່ໃນຕອນເຊົ້າວັນທີ 06 ເມສາສະພາແຫ່ງຊາດໄດ້ເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ 16. ທີ່ກອງປະຊຸມຄັ້ງນີ້ສະພາແຫ່ງຊາດ ຈະພິຈາລະນາຕົກລົງວຽກງານຈັດຕັ້ງກົງຈັກບຸກຄະລາກອນຮ່າງກົດໝາຍ 8 ສະບັບມະຕິ​​ເກນກຳນົດກົດໝາຍ 1 ສະບັບ… ຄາດວ່າເວລາເຮັດວຽກຂອງກອປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ​ຊຸດ​ທີ 16 ແມ່ນປະມານ 11 ວັນ.


top