ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນ ນີ້ແມ່ນກອງປະຊຸມຄັ້ງທີ 4 ໄດ້ຮັບການຈັດຕັ້ງຂຶ້ນ ພ້ອມກັບກອງປະຊຸມການທູດ ເພື່ອໃຫ້ບັນດາຜູ້ແທນທ້ອງຖິ່ນ ບໍ່ພຽງແຕ່ກຳແຫນ້ນການຜັນແປໃຫມ່ສະພາບການໂລກ ແລະ ພາກພື້ນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ ແລະສູນກາງ ພາຍໃນ ແລະຕ່າງປະເທດ ພ້ອມກັນປຶກສາຫາລືບັນດາມາດຕະການເພີ່ມທະວີການສົມທົບ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ, ໃນນັ້ນ ມີແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງກວາງ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງວຽກງານການຕ່າງປະເທດຂອງທ້ອງຖິ່ນ ໄດ້ມີບັນດາບາດກ້າວພັດທະນາຮອບດ້ານ ທັງລວງກວ້າງ ແລະ ລວງເລິກ. ທ່ານກ່າວວ່າ:
“ໃນຜົນງານລວມນັ້ນ ມີຂີດໝາຍສຳຄັນຂອງການພົວພັນຕ່າງປະເທດຢູ່ທ້ອງຖິ່ນ ແລະ ກຳລັງແຮງອັນໃຫຍ່ຫລວງຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ. ວຽກງານການຕ່າງປະເທດຢູ່ທ້ອງຖິ່ນໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງຫນ້າ, ມີຈຸດສຸມ. ພວກເຮົາໄດ້ເປີດກວ້າງ ແລະຊຸດຄົ້ນບັນດາສາຍພົວພັນກັບຕ່າງປະເທດຢ່າງມີປະສິດທິຜົນ, ເປີດກວ້າງຕະຫລາດສົ່ງອອກ, ຊຸກຍູ້ດ້ານການຄ້າ, ການລົງທຶນ, ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເປົ້າໝາຍພັດທະນາຂອງທ້ອງຖິ່ນ ແລະ ໃນທົ່ວປະເທດ.”
(ແຫຼ່ງຄັດຈາກ VOV)