ຂ່າວສານ

ໄຂກອງປະຊຸມການນຳອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາດຊະຍາກຳທີ່ຫຼົບໜີ

ກອງປະຊຸມແມ່ນເວທີປາໄສສຳຄັນສຳລັບການນຳຂັ້ນສູງຂອງອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ເພື່ອເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການຮ່ວມມືໃນການຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີຢູ່ພາກພື້ນ ອາຊຽນ.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ (ພາບ: VNA)

ກອງປະຊຸມການນຳການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາດຊະຍາກຳຫຼົບໜີໄດ້​ໄຂຂຶ້ນໃນຕອນເຊົ້າ 30 ກັນຍາ, ຢູ່ ຮ່າໂນ້ຍ. ກອງປະຊຸມໂດຍກະຊວງຕຳ​ຫຼວດ ຫວຽດນາມ ເປັນປະທານຈັດ​ຂຶ້ນ​ດ້ວຍຫົວຂໍ້ວ່າ "​ເພີ່ມ​ທະ​ວີການຮ່ວມມື​ຢູ່ພາກພື້ນເພື່ອ ອາຊຽນ ເຄົາ​ລົບກົດໝາຍ ແລະ ບໍ່​ມີ​ອາດ​​ຊະ​ຍາກຳຫຼົບໜີ".

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດ​ນາມ ຢືນຢັນວ່າ ກອງປະຊຸມແມ່ນເວ​ທີ​ປາ​ໄສສຳ​ຄັນສຳລັບການນຳຂັ້ນສູງຂອງອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ເພື່ອເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການຮ່ວມມືໃນການຕໍ່​ສູ້, ຕ້ານອາດ​ຊະ​ຍາກຳຫຼົບໜີຢູ່ພາກພື້ນ ອາຊຽນ. ທ່ານລັດຖະມົນຕີເນັ້ນໜັກວ່າ ຜ່ານກອງປະຊຸມ​ຈະ​ສືບ​ຕໍ່ຢືນຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດນາມ ທີ່ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ​ໃນ​ບັນ​ດາກົນໄກຮ່ວມມືຫຼາຍຝ່າຍ ອາຊຽນ ໃນຂົງເຂດຄວາມໝັ້ນຄົງ ແລະ ການປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນ​ສ້າງ​ສັນ, ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່​ແຕ່​ລະປະເທດສະມາຊິກ ແລະ ພາກພື້ນ.


top