ໄລ່ຮອດວັນທີ 20 ກໍລະກົດ, ຍອດທຶນຈົດທະບຽນໃໝ່, ທຶນດັດປັບ ແລະ ປະກອບທຶນຊື້ຫຸ້ນ…. ຂອງບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ ບັນລຸເກືອບ 16,24 ຕື້ USD.
ຕາມຕົວເລກສະຖິຕິຫຼ້າສຸດຈາກກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ກໍລະກົດ, ຍອດທຶນຈົດທະບຽນໃໝ່, ທຶນດັດປັບ ແລະ ປະກອບທຶນຊື້ຫຸ້ນ…. ຂອງບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ ບັນລຸເກືອບ 16,24 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ໂດຍຄິດໄລ່ຕາມຂົງເຂດ, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ນຳໜ້າໃນການດຶງດູດເງິນລົງທຶນຕ່າງປະເທດ ດ້ວຍຍອດເງິນລົງທຶນແມ່ນຫຼາຍກວ່າ 10,93 ຕື້ USD; ຖັດຈາກນັ້ນແມ່ນຂະແໜງ ອະສັງຫາລິມະຊັບ; ຢືນອັນດັບທີ 3 ແມ່ນຂະແໜງການເງິນທະນາຄານ.
ໂດຍຄິດໄລ່ຕາມຄູ່ຮ່ວມມືລົງທຶນ, ໃນ 7 ເດືອນຂອງປີ 2023, ມີ 94 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ ຫວຽດນາມ; ໃນນັ້ນ, ສິງກະໂປ ໄດ້ນຳໜ້າດ້ວຍຍອດເງິນລົງທຶນທັງໝົດເກືອບ 3,64 ຕື້ USD. ຖັກຈາກນັ້ນແມ່ນ: ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ຮົ່ງກົງ (ຈີນ)… ຕາມລຳດັບ.
ກ່ຽວກັບສະຖານທີ່ລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 52/61 ແຂວງ, ນະຄອນ. ໃນນັ້ນ, ນຳໜ້າແມ່ນນະຄອນຫຼວງ ຮ່າໂນ້ຍ, ນະຄອນ ຫາຍຟ່ອງ ຢືນອັນດັບທີ 2, ນະຄອນ ໂຮ່ຈີມິນ ຢືນອັນດັບທີ 3.